ປະຊາຊົນຍີ່ປຸ່ນໂຮມຊຸມນຸມອີກຄັ້ງໜຶ່ງ ເດັດດ່ຽວຄັດຄ້ານການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລ

2023-07-22 14:32:01 cri


ລັດຖະບານຍີ່ປຸ່ນກໍຄືບໍລິສັດພະລັງງານໄຟຟ້າໂຕກຽວດື້ດ້ານຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້ານິວເຄລຍຟູຄູຊິມະເລກໜຶ່ງລົງສູ່ທະເລໃນເດືອນສິງຫາໜ້ານີ້, ດັ່ງນັ້ນ ປະຊາຊົນຍີ່ປຸ່ນມີຄວາມເປັນຫ່ວງທີ່ສຸດຕໍ່ຜົນຮ້າຍຂອງການກະທຳດັ່ງກ່າວ  ແລະ ຍຶດໝັ້ນອອກສຽງເພື່ອຄັດຄ້ານ. ຕອນຄ່ຳວັນທີ 21 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ປະຊາຊົນຍີ່ປຸ່ນໄດ້ໂຮມຊຸມນຸມອີກຄັ້ງຢູ່ຕໍ່ໜ້າສຳນັກງານນາຍົກລັດຖະມົນຕີຢ່າງເປັນເຈົ້າການ, ເດັດດ່ຽວຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້າຟູຄູຊິມະເລກໜຶ່ງລົງສູ່ທະເລ.

ປະຊາຊົນຜູ້ເຂົ້າຮ່ວມການໂຮມຊຸມນຸມຢືນຢັນວ່າ: ຖ້າວ່ານ້ຳປົນເປື້ອນລັງສີນິວເຄລຍຖືກລະບາຍລົງສູ່ທະເລ, ຈະສ້າງຜົນຮ້າຍໃຫ້ກັບປະເທດອ້ອມຂ້າງກໍຄືທົ່ວໂລກ ຍັງຈະສ້າງຜົນກະທົບໃຫ້ແກ່ຄົນຮຸ່ນຫຼັງ.