ກຳປັ່ນໂຮງໝໍ “ເຮີຜິງຟ່າງໂຈ່ວ” ຂອງກອງທັບເຮືອຈີນໄດ້ສຳເລັດການຢ້ຽມຢາມຢູ່ກີຣີບາຕີແລ້ວເດີນທາງໄປຕົງກາ

2023-07-23 14:09:23 CRI

 

ຕາມຂ່າວCRI: ໃນເວລາ 10 ໂມງຂອງວັນທີ 22 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ກຳປັ່ນໂຮງໝໍ “ເຮີຜິງຟ່າງໂຈ່ວ” ຂອງກອງທັບເຮືອຈີນທີ່ກຳລັງປະຕິບັດໜ້າທີ່ “ພາລະກຳກົມກຽມກັນ-2023” ໄດ້ສຳເລັດການຢ້ຽມຢາມຄັ້ງທຳອິດຕໍ່ກີຣີບາຕີຢ່າງ ຈົບງາມ, ແລ້ວເດີນທາງອອກຈາກນະຄອນຫຼວງທາຣາວາຂອງກີຣີບາຕີເພື່ອໄປທ່າກຳປັ່ນນູຄູອາໂລຟາຂອງຕົງກາເຊິ່ງເປັນປະເທດຢ້ຽມຢາມທີ 2 ຂອງການປະຕິບັດໜ້າທີ່ຄັ້ງນີ້.

 

ໃນໄລຍະຈອດຢູ່ທ່າກຳປັ່ນທາຣາວາຂອງກີຣີບາຕີ, ກຳປັ່ນໂຮງໝໍ “ເຮີຜິງຟ່າງໂຈ່ວ” ໄດ້ສະໜອງການບໍລິການດ້ານການປິ່ນປົວໂດຍບໍ່ຕ້ອງເສຍຄ່າໃຫ້ແກ່ມວນຊົນ, ບຸກຄົນອົງການຝ່າຍຈີນ, ຊາວຈີນແລະຈີນຕ່າງດ້າວຢູ່ທ້ອງຖິ່ນເປັນເວລາ 7 ວັນລຽນຕິດ. ນາຍແລະພົນທະຫານປະຕິບັດໜ້າທີ່ຍັງໄດ້ໄປຮອດໂຮງໝໍ, ກົມໃຫຍ່ຕຳຫຼວດແລະແຫ່ງຕ່າງໆຂອງນະຄອນຫຼວງທຣາວາເພື່ອດຳເນີນກິດຈະກຳ ວັດທະນະທຳເພື່ອເຊື່ອມສານມິດຕະພາບແລະການແຂ່ງຂັນກິລາ. ການແລກປ່ຽນກັນເລື້ອຍໆໃນຫຼາຍຂົງເຂດ, ແລະມີລະດັບອັນເຊິກເຊິ່ງໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ແລະລົງເລິກມິດຕະພາບລະຫວ່າງສອງຝ່າຍ.