ກະຊວງປ້ອງກັນປະເທດຣັດເຊຍ: ມີນັກຂ່າວຣັດເຊຍຄົນໜຶ່ງໄດ້ເສຍຊີວິດໃນການໂຈມຕີດ້ວຍລະເບີດລູກຫວ່ານຂອງອູແກຣນ

2023-07-23 16:33:02 cri

 

ວັນທີ 22 ກໍລະກົດນີ້, ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງຂ່າວໂດຍຜ່ານບັນຊີທາງການໃນສື່ສັງຄົມອອນລາຍວ່າ: ໃນມື້ດຽວກັນ, ກອງທັບອູແກຣນໄດ້ດຳເນີນການໂຈມຕີດ້ວຍລະເບີດລູກຫວ່ານ ເຮັດໃຫ້ມີນັກຂ່າວຣັດເຊຍຄົນໜຶ່ງເສຍຊີວິດ.

 

ກະຊວງປ້ອງກັນປະເທດຣັດເຊຍໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 12 ໂມງຂອງວັນທີ 22 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ກອງທັບອູແກຣນໄດ້ດຳເນີນການໂຈມຕີດ້ວຍລະເບີດລູກຫວ່ານຕໍ່ນັກຂ່າວຈາກສຳນັກຂ່າວສານສາກົນຣັດເຊຍ, ໜັງສືພິມ “Izvestie” ຣັດເຊຍ ແລະສື່ມວນຊົນອື່ນໆ, ໃນເວລານັ້ນ ນັກຂ່າວເຫຼົ່ານີ້ກຳລັງກຽມຈະລາຍການຂ່າວກ່ຽວກັບກອງທັບອູແກຣນໂຈມຕີລັດຈາໂປຣິສເຈຍດ້ວຍລະເບີດລູກຫວ່ານ.

 

ປັດຈຸບັນນີ້, ຝ່າຍອູແກຣນຍັງບໍ່ທັນຕອບໂຕ້ການແຈ້ງຂ່າວຂອງກະຊວງປ້ອງກັນປະເທດຣັດເຊຍ.