ອົງການຈັດຕັ້ງປະຊາຊົນຄັດຄ້ານສົງຄາມຂອງສ.ເກົາຫຼີຮຽກຮ້ອງໃຫ້ຍຸດຕິການສ້າງຄວາມເຄັ່ງຕຶງດ້ານການທະຫານຢູ່ແຫຼມເກົາຫຼີ

2023-07-23 14:12:25 CRI

 

ຕາມຂ່າວCRI: ວັນທີ 22 ກໍລະກົດນີ້, ອົງການຈັດຕັ້ງປະຊາຊົນຂອງສ.ເກົາຫຼີທີ່ມີຊື່ວ່າ“ການເຄື່ອນໄຫວສັນຕິພາບແຫຼມເກົາຫຼີຫຼັງຢຸດສົງຄາມຄົບຮອບ 70 ປີ” ໄດ້ຈັດກິດຈະກຳການແຫ່ຂະບວນຄັດຄ້ານສົງຄາມຢູ່ໃຈກາງນະຄອນຫຼວງເຊອຸນຂອງສ.ເກົາຫຼີ, ເພື່ອຄັດຄ້ານຕໍ່ການເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງສ.ເກົາຫຼີ-ອາເມຣິກາ-ຍີ່ປຸ່ນ, ຮຽກຮ້ອງໃຫ້ຍຸດຕິການສ້າງຄວາມເຄັ່ງຕຶງດ້ານການທະຫານຢູ່ແຫຼມເກົາຫຼີ, ສ້າງອາຊີທີ່ຢູ່ຮ່ວມກັນໂດຍສັນຕິແລະມີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ.

 

ຕາມຝ່າຍຈັດຕັ້ງກິດຈະກຳໃຫ້ຮູ້ວ່າ: ອົງການ “ການເຄື່ອນໄຫວສັນຕິພາບແຫຼມເກົາຫຼີຫຼັງຢຸດົງຄາມຄົບຮອບ 70 ປີ” ແມ່ນປະກອບດ້ວຍອົງການຈັດຕັ້ງປະຊາຊົນຂະໜາດນ້ອຍຂອງສ.ເກົາຫຼີຫຼາຍຮ້ອຍແຫ່ງແລະບຸກຄົນຕ່າງໆ.

 

ໃນໄລຍະຈັດກິດຈະກຳການແຫ່ຂະບວນຄັ້ງນີ້, ອົງການ “ການເຄື່ອນໄຫວສັນຕິພາບແຫຼມເກົາຫຼີຫຼັງຢຸດສົງຄາມຄົບຮອບ 70 ປີ” ໄດ້ອອກຖະແຫຼງການວ່າ, ເດັດຂາດບໍ່ຄວນປະລະການເປິກສາຫາລືໂດຍສັນຕິເພື່ອແກ້ໄຂບັນຫາແຫຼມເກົາຫຼີ. ການຍຸດຕິການເປັນປໍລະປັກກັນ, ແລະຟື້ນຟູຄວາມໄວ້ເນື້ອເຊື່ອໃຈກັນແມ່ນຂໍ້ກຸນແຈໃນການສ້າງສັນຕິພາບຖາວອນຢູ່ແຫຼມເກົາຫຼີແລະບັນລຸການປອດນິວເຄລຍຢູ່ແຫຼມເກົາຫຼີ.