ທ່ານສີຈີ້ນຜິງ ຈະເຂົ້າຮ່ວມພິທີເປີດງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ທີ່ນະຄອນເສິງຕູ່ ພ້ອມທັງຈັດກິດຈະກຳການຕ່າງປະເທດຕ່າງໆ

2023-07-24 15:40:44 cri


ວັນທີ 24 ກໍລະກົດນີ້, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີເປີດງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ທີ່ນະຄອນເສິງຕູ່ ໃນວັນທີ 27 ແລະ 28 ກໍລະກົດນີ້, ພ້ອມທັງຈັດງານລ້ຽງຕ້ອນຮັບຜູ້ນຳຕ່າງປະເທດທີ່ມາເຂົ້າຮ່ວມພິທີເປີດງານແລະຢ້ຽມຢາມຈີນແລະກິດຈະກຳສອງຝ່າຍທີ່ກ່ຽວຂ້ອງອື່ນໆ.


ຜູ້ນຳຕ່າງປະເທດທີ່ຈະມາເຂົ້າຮ່ວມພິທີເປີດງານມີ: ທ່ານໂຈໂກ ວິໂດໂດ ປະທານາທິບໍດີສາທາລະນະລັດອິນໂດເນເຊຍ, ທ່ານກາໂຊອານີ ປະທານາທິບໍດີສາທາລະນະລັດອິສລາມໂມຣີຕານີ, ທ່ານເອນດາຢີຊີມີເຢ ປະທານາທິບໍດີສາທາລະນະລັດບູຣູນດີ, ທ່ານໂມຮາເມັດ ອີຟານ ອາລີ ປະທານາທິບໍດີສາທາລະນະລັດຮ່ວມມືກຸຍຢານາ, ທ່ານກາຣີບັສວິລີ ນາຍົກລັດຖະມົນຕີຊັອກຊີ, ທ່ານຣາບູຄາ ນາຍົກລັດຖະມົນຕີສາທາລະນະລັດຟີຈີ.