ແອັສປາຍຈັດການເລືອກຕັ້ງລັດຖະສະພາ

2023-07-24 13:49:56 CRI

 

   ແອັສປາຍໄດ້ຈັດການເລືອກຕັ້ງລັດຖະສະພາໃນວັນທີ 23 ກໍລະກົດນີ້, ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງປະມານ 37.500.000 ຄົນຈະປ່ອນບັດເພື່ອເລືອກຕັ້ງເອົາສະພາຕໍ່າ 350 ບ່ອນນັ່ງແລະສະພາສູງ 208 ບ່ອນນັ່ງ.


   ການປ່ອນບັດເລືອກຕັ້ງໄດ້ເລີ່ມຕົ້ນຂຶ້ນໃນເວລາ 9 ໂມງໃນມື້ດຽວກັນແລະສິ້ນສຸດໃນເວລາ 20 ໂມງ, ຄາດວ່າຜົນການເລືອກຕັ້ງຈະປະກາດໃນຕອນຄໍ່າຂອງມື້ດຽວກັນ. ແອັສປາຍໄດ້ກຳນົດຈຸດປ່ອນບັດທັງໝົດ 22.000 ກວ່າຈຸດໃນທົ່ວປະເທດ. ນອກນີ້, ອີງຕາມສະຖິຕິຂອງລະບົບໄປສະນີແອັສປາຍແຈ້ງໃຫ້ຮູ້ວ່າ: ມີປະຊາຊົນປະມານ 2.470.000 ຄົນໄດ້ປ່ອນບັດໂດຍຜ່ານການຝາກບັດທາງໄປສະນີ.



   ອີງຕາມຜົນການສໍາຫຼວດປະຊາມະຕິທີ່ສື່ມວນຊົນແອັສປາຍເປີດເຜີຍໃນວັນທີ 17 ກໍລະກົດນີ້ແຈ້ງໃຫ້ຮູ້ວ່າ: ພັກປະຊາຊົນເຊິ່ງເປັນພັກການເມືອງຝ່າຍຂວາຂອງແອັສປາຍມີຫວັງຈະຮັບໄດ້ໄຊຊະນະໃນການເລືອກຕັ້ງຄັ້ງນີ້, ແຕ່ຂະນະດຽວກັນນີ້ຄາດວ່າ ຍາກທີ່ຈະໄດ້ບ່ອນນັ່ງສ່ວນຫຼາຍໃນສະພາເພື່ອຈັດຕັ້ງຄະນະລັດຖະບານພຽງຝ່າຍດຽວໄດ້, ສະນັ້ນພັກປະຊາຊົນອາດຈະຮ່ວມສໍາພັນກັບພັກ VOX ເຊິ່ງເປັນພັກຝ່າຍຂວາຈັດເພື່ອຈັດຕັ້ງຄະນະລັດຖະບານຮ່ວມກັນ.