ພິທີອອກເດີນທາງເຂົ້າຮ່ວມງານກິລານັກສຶກສາໂລກລະດູຮ້ອນເສີງຕູ່ຄັ້ງທີ 31 ຂອງຄະນະນັກກິລາອີຣານໄດ້ຈັດຂຶ້ນຢູ່ນະຄອນຫຼວງເຕເຮຣານ

2023-07-24 14:21:22 cri

 

ວັນທີ 22 ກໍລະກົດນີ້, ພິທີອອກເດີນທາງເຂົ້າຮ່ວມງານກິລານັກສຶກສາໂລກລະດູຮ້ອນເສີງຕູ່ຄັ້ງທີ 31 ຂອງຄະນະນັກກິລາອີຣານໄດ້ຈັດຂຶ້ນຢູ່ສະໂມສອນຂອງມະຫາວິທະຍາໄລສ້າງຄູເຕເຮຣານປະເທດອີຣານ.


ງານກິລານັກສຶກສາໂລກລະດູຮ້ອນຄັ້ງນີ້ຈະຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນປະເທດຈີນ, ຄະນະຜູ້ແທນອີຣານຈະສົ່ງນັກກິລາ 88 ຄົນໃນ 11 ປະເພດກິລາ ເຊັ່ນ: ຍິງທະນູ, ຢູໂດ, ບານສົ່ງ, ຍິງປື້ນ, ປິ່ງປ່ອງ, ເທຄວັນໂດ, ແລ່ນແລະລານ, ແທງດາບ ແລະອື່ນໆ, ໃນນັ້ນມີນັກກິລາເພດຍິງ 30 ຄົນ ແລະນັກກິລາເພດຊາຍ 58 ຄົນ. ໃນງານກິລານັກສຶກສາໂລກລະດູຮ້ອນທີ່ຈັດຂຶ້ນທີ່ເມືອງນາໂປເລັສປະເທດອີຕາລີໃນປີ 2019, ອີຣານຍາດໄດ້ 7 ຫຼຽນຄຳ, 3 ຫຼຽນເງິນ ແລະ 7 ຫຼຽນທອງ.