ຜົນການເລືອກຕັ້ງລັດຖະສະພາແອັສປາຍໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ພັກປະຊາຊົນໄດ້ບ່ອນນັ່ງຫຼາຍອັນດັບໜຶ່ງໃນສະພາ

2023-07-25 11:47:11 CRI

   ອີງຕາມຜົນການນັບຄະແນນສຽງເບື້ອງຕົ້ນທີ່ກະຊວງພາຍໃນແອັສປາຍແຈ້ງໃຫ້ຮູ້ໃນຕອນຮຸ່ງເຊົ້າຂອງວັນທີ 24 ກໍລະກົດນີ້ສະແດງໃຫ້ເຫັນວ່າ: ໃນການເລືອກຕັ້ງລັດຖະສະພາແອັສປາຍທີ່ຈັດຂຶ້ນເມື່ອວັນທີ 23 ກໍລະກົດນີ້, ພັກປະຊາຊົນເຊິ່ງເປັນພັກການເມືອງຝ່າຍຂວາໄດ້ 136 ບ່ອນນັ່ງໃນສະພາຕໍ່າດ້ວຍອັດຕາສ່ວນໄດ້ບັດເຖິງ 33,05%, ກາຍເປັນພັກການເມືອງທີ່ໄດ້ບ່ອນນັ່ງຫຼາຍອັນດັບໜຶ່ງໃນສະພາ, ແຕ່ຍັງບໍ່ສາມາດຈັດຕັ້ງຄະນະລັດຖະບານພຽງພັກດຽວໄດ້ເນື່ອງຈາກວ່າຍັງບໍ່ທັນໄດ້ 176 ບ່ອນນັ່ງເຊິ່ງເປັນບ່ອນນັ່ງສ່ວນຫຼາຍເດັດຖານໃນສະພາຕໍ່າ. ຂະນະດຽວກັນ, ພັກກໍາມະກອນສັງຄົມເຊິ່ງເປັນພັກກໍາອໍານາດໃນປັດຈຸບັນນີ້ແມ່ນເປັນອັນດັບສອງດ້ວຍອັດຕາສ່ວນໄດ້ບັດ 31,7%.


   ທ່ານ ອານເບີ ນຸເນສ ເຟຈໍ ປະທານພັກປະຊາຊົນໄດ້ກ່າວປາໄສວ່າ: ຕົນຈະດໍາເນີນການເປິກສາຫາລືກັບພັກຝ່າຍຕ່າງໆກ່ຽວກັບການຈັດຕັ້ງຄະນະລັດຖະ ບານໂດຍໄວເທົ່າທີ່ຈະໄວໄດ້.