ປະທານາທິບໍດີຕູຣາເຄຍຕ້ອນຮັບທ່ານວາງຢີ້

2023-07-27 14:45:06 cri

 

ວັນທີ 26 ກໍລະກົດນີ້, ທ່ານຣີເຊບ ໄຕຢີບ ເອີໂດກັນ ປະທານາທິບໍດີຕູຣາເຄຍໄດ້ຕ້ອນຮັບການເຂົ້າພົບຂອງທ່ານວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ, ທັງເປັນຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນທີ່ພວມຢ້ຽມຢາມຕູຣາເຄຍຢູ່ນະຄອນຫຼວງອັງກາຣາ.

 

ທ່ານເອີໂດກັນກ່າວວ່າ: ຕູຣາເຄຍຍຶດໝັ້ນຫຼັກການປະເທດຈີນດຽວ, ເຫັນວ່າການພັດທະນາຂອງຈີນບໍ່ແມ່ນໄພຂົ່ມຂູ່, ຍິນດີເພີ່ມທະວີການໄປມາຫາສູ່ກັນກັບການນຳຂັ້ນສູງຂອງຈີນໃຫ້ແໜ້ນແຟ້ນກວ່າເກົ່າ, ເພີ່ມທະວີການເຊື່ອມຕໍ່ແຜນການ “ແລວທາງພາກກາງ” ຂອງຕູຣາເຄຍກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄ້າ, ພະລັງງານ, ການທ່ອງທ່ຽວ ແລະອື່ນໆ, ຍົກລະດັບການພົວພັນຕູຣາເຄຍ-ຈີນໃຫ້ສູງຂຶ້ນສູ່ລະດັບໃໝ່.

 

ທ່ານວາງຢີ້ກ່າວວ່າ: ຈີນ ແລະຕູຣາເຄຍລ້ວນແຕ່ຕາງໜ້າໃຫ້ປະເທດຕະຫຼາດຈະເລີນໃໝ່ ແລະແມ່ນປະເທດໃຫຍ່ທີ່ພວມພັດທະນາ, ສອງປະເທດມີຜົນປະໂຫຍດຮ່ວມກັນຢ່າງຫຼວງຫຼາຍ ແລະບໍ່ມີຄວາມຂັດແຍ້ງດ້ານຜົນປະໂຫຍດພື້ນຖານ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພົວພັນລະຫວ່າງຈີນ-ຕູຣາເຄຍ ແລະຍິນດີຮ່ວມກັບຕູຣາເຄຍຊຸກຍູ້ການຮ່ວມມືດ້ານຍຸດທະສາດລະຫວ່າງຈີນ-ຕູຣາເຄຍໃຫ້ກ້າວຂຶ້ນສູ່ລະດັບໃໝ່.