ທ່ານກິມຈູງອຸນຢ້ຽມຢາມສຸສານນັກຮົບອາສາສະໝັກປະຊາຊົນຈີນ

2023-07-27 14:46:47 cri

 

ວັນທີ 26 ກໍລະກົດນີ້, ສຳນັກຂ່າວສານສູນກາງສປປ.ເກົາຫຼີໄດ້ລາຍງານວ່າ: ຍາມໃນໂອກາດສົງຄາມປົດປ່ອຍປະເທດຊາດສປປ.ເກົາຫຼີໄດ້ຮັບໄຊຊະນະຄົບຮອບ 70 ປີ, ທ່ານກິມຈູງອຸນ ເລຂາທິການໃຫຍ່ພັກແຮງງານສປປ.ເກົາຫຼີ ທັງເປັນປະທານຄະນະກຳມະການວຽກງານແຫ່ງຊາດສປປ.ເກົາຫຼີໄດ້ໄປຢ້ຽມຢາມສຸສານນັກຮົບອາສາສະໝັກປະຊາຊົນຈີນທີ່ຕັ້ງຢູ່ເມືອງຮຸຍຈາງກັນແຂວງພິຢົງກັນນາມໂດປະເທດສປປ.ເກົາຫຼີ.

 

ທ່ານກິມຈູງອຸນໄດ້ສະແດງຄວາມໄວ້ອາໄລນັກຮົບອາສາສະໝັກປະຊາຊົນຈີນ ແລະວາງດອກໄມ້ຢູ່ໜ້າສຸສານຂອງທ່ານເໝົາອັ້ນຢີ່ງ ລູກຊາຍຂອງທ່ານປະທານເໝົາເຈີຕຸ່ງ ເພື່ອສະແດງຄວາມຮູ້ບຸນຄຸນ.

 

ທ່ານກິມຈູງອຸນກ່າວວ່າ: ໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນສປປ.ເກົາຫຼີ ແລະຈີນທີ່ຍາດມາໄດ້ດ້ວຍການເສຍສະຫຼະເລືອດເນື້ອຈະສືບທອດຕໍ່ໄປເປັນເວລາຫຼາຍສະຕະວັດ ແລະຈະມີພະລັງຊີວິດອັນໃຫຍ່ຫຼວງຕະຫຼອດໄປ, ນັກຮົບອາສາສະໝັກປະຊາຊົນຈີນທີ່ໄດ້ເສຍສະຫຼະຈະຢູ່ໃນຄວາມຊົງຈຳຂອງປະຊາຊົນສປປ.ເກົາຫຼີຕະຫຼອດໄປ, ປະຫວັດສາດ ແລະມູນເຊື້ອແຫ່ງຄວາມສາມັກຄີລະຫວ່າງປະຊາຊົນສປປ.ເກົາຫຼີ ແລະຈີນຈະໄດ້ຮັບການສືບທອດຕະຫຼອດໄປ.