ທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງປະທານາທິບໍດີຄົນໃໝ່ຂອງສະຫະລັດມິກໂຣເນເຊຍ

2023-07-28 15:47:07 cri

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານສະຫະລັດໂຄລນີເຊຍ, ວັນທີ 26 ກໍລະກົດນີ້, ທ່ານທາງເຢິນຈ້ຽນ ທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ລັດຖະມົນຕີກະຊວງກະສິກຳແລະຊົນນະບົດຈີນໄດ້ເຂົ້າຮ່ວມພິທີສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີຄົນໃໝ່ຂອງສະຫະລັດມິກໂຣເນເຊຍ ທີ່ຈັດຂຶ້ນຢູ່ນະຄອນຫຼວງປາລີເກີ. ວັນທີ 25 ກໍລະກົດນີ້, ທ່ານເວັສເລ ຊີມີນາ ປະທານາທິບໍດີມິກໂຣເນເຊຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານທາງເຢິນຈ້ຽນ.


ທ່ານທາງເຢິນຈ້ຽນ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈແລະສົ່ງຄຳອວຍພອນອັນດີງາມຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄປຍັງທ່ານເວັສເລ ຊີມີນາ, ໂດຍກ່າວວ່າ, ຈີນຍິນດີລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງກັບສະຫະລັດມິກໂຣເນເຊຍ, ເປີດກວ້າງການສົນທະນາແລະການແລກປ່ຽນໃນຂົງເຂດຕ່າງໆແລະຂັ້ນຕ່າງໆ, ເສີມສ້າງເນື້ອໃນໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນກັບສະຫະລັດມິກໂຣເນເຊຍອຸດົມສົມບູນຂຶ້ນກວ່າເກົ່າ.


ທ່ານເວັສເລ ຊີມີນາໄດ້ສະແດງຄວາມຂອບໃຈຕໍ່ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ໄດ້ສົ່ງທູດພິເສດມາເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງຕົນ, ແລະກ່າວວ່າ, ຍິນດີເພີ່ມທະວີໄມຕີຈິດມິດຕະພາບ ກໍຄືການໄປມາຫາສູ່ກັນຂັ້ນຕ່າງໆກັບຝ່າຍຈີນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ, ຂະແໜງການກະສິກຳແລະການປະມົງເປັນຕົ້ນ, ຊຸກຍູ້ໃຫ້ການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.