ກອງທັບຈີນ ແລະຣັດເຊຍຈະດຳເນີນການລາດຕະເວນຮ່ວມທາງທະເລເທື່ອທີ 3

2023-07-28 14:37:13 cri

ອີງຕາມແຜນການຮ່ວມມືປະຈຳປີລະຫວ່າງກອງທັບຈີນ ແລະຣັດເຊຍ, ກອງກຳປັ່ນຂອງກອງທັບເຮືອສອງປະເທດຈະດຳເນີນການລາດຕະເວນຮ່ວມທາງທະເລຢູ່ເຂດນ່ານນ້ຳທີ່ກ່ຽວຂ້ອງຢູ່ພາກຕາເວັນຕົກ ແລະພາກເໜືອຂອງມະຫາສະໝຸດປາຊີຟິກໃນໄວໆນີ້. ການລາດຕະເວນຮ່ວມເທື່ອນີ້ບໍ່ໄດ້ແນໃສ່ຝ່າຍທີສາມ, ແລະບໍ່ມີຫຍັງກ່ຽວຂ້ອງເຖິງສະພາບການສາກົນ ແລະພາກພື້ນໃນປັດຈຸບັນນີ້.