ທະນາຄານກາງເອີຣົບປະກາດຈະປັບອັດຕາດອກເບ້ຍຂຶ້ນອີກ 0,25%

2023-07-28 16:33:34 cri


      ວັນທີ 27 ກໍລະກົດນີ້, ທະນາຄານກາງເອີຣົບໄດ້ຈັດກອງປະຊຸມນະໂຍບາຍເງິນຕາໂດຍໄດ້ຕົກລົງຈະປັບອັດຕາດອກເບ້ຍທີ່ສຳຄັນ 3 ລາຍການໃຫຍ່ໃນເຂດໃຊ້ເງິນເອີໂຣໃຫ້ສູງຂຶ້ນອີກ 0,25%. ທ່ານນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບກ່າວໃນມື້ດຽວກັນວ່າ: ສະພາບເສດຖະກິດໃນອະນາຄົດຂອງເຂດໃຊ້ເງິນເອີໂຣໄດ້ປາກົດມີທ່າອ່ຽງທີ່ຮ້າຍແຮງຂຶ້ນຕື່ມອີກ,ອັດຕາໄພເງິນເຟີ້ອາດຈະຍັງຮັກສາຢູ່ໃນລະດັບສູງເປັນເວລາດົນ.

      ນັບແຕ່ໄດ້ເລີ່ມຕົ້ນຂະບວນການປັບອັດຕາດອກເບ້ຍໃນເດືອນກໍລະກົດປີກາຍນີ້ເປັນຕົ້ນມາ, ທະນາຄານກາງເອີຣົບໄດ້ເພີ່ມອັດຕາດອກເບ້ຍເປັນ 9 ຄັ້ງລຽນຕິດແລ້ວ. ເຖິງແນວໃດກໍຕາມ, ທ່ານນາງ ຄຣິສຕິນ ລາກາດ ຍັງກ່າວວ່າຈະບໍ່ຍຸດຕິການເພີ່ມອັດຕາດອກເບ້ຍ, ທ່ານນາງເຫັນວ່າອາດຈະຍຸດຕິການເພີ່ມອັດຕາດອກເບ້ຍເປັນການຊົ່ວຄາວ,ແຕ່ໄລຍະເວລາຂອງການຍຸດຕິນັ້ນຈະບໍ່ແກ່ຍາວປານໃດ.