ຈີນປະກອບສ່ວນເຂົ້າໃນການພັດທະນາລະບົບໄຟຟ້າຂອງປາກິດສະຖານ

2023-07-28 11:56:46 CRI

 

   ພາຍຫຼັງຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນມາ, ໂຄງການສາຍສົ່ງກະແສໄຟຟ້າໂດຍກົງ±660KV ມາຕິອາຣີ-ລາໂຮ ເຊິ່ງເປັນໂຄງການສາຍສົ່ງກະແສໄຟຟ້າໂດຍກົງສາຍທໍາອິດຂອງປາກິດສະຖານ ທີ່ມີບໍລິສັດໄຟຟ້າ XD ຈີນຫຸ້ນສ່ວນຈໍາກັດເຂົ້າຮ່ວມການກໍ່ສ້າງນັ້ນ ໄດ້ເປີດບໍລິການເປັນທີ່ຮຽບຮ້ອຍແລ້ວ. ໂຄງການດັ່ງກ່າວຈະຍົກລະດັບພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າກໍຄືຄວາມສາມາດໃນການຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປາກິດສະຖານໃຫ້ສູງຂຶ້ນຢ່າງເດັ່ນຊັດ, ພ້ອມທັງຊຸກຍູ້ລະບົບຕາຂ່າຍໄຟຟ້າຂອງປາກິດສະຖານໃຫ້ສໍາເລັດການຍົກລະດັບສູງຂຶ້ນຕື່ມອີກ, ຈາກນີ້ໄປ, ປາກິດສະຖານໄດ້ກ້າວເຂົ້າສູ່ຍຸກໃໝ່ຂອງຕາຂ່າຍໄຟຟ້າທີ່ມີກະແກໄຟຟ້າໂດຍກົງແລະກະແສໄຟຟ້າສະຫຼັບປະສົມກັນ, ພ້ອມດຽວກັນນີ້ຍັງເປັນຂີດໝາຍສະແດງໃຫ້ເຫັນວ່າ: ບໍລິສັດໄຟຟ້າ XD ຈີນຫຸ້ນສ່ວນຈໍາກັດໄດ້ຮັບອີກຜົນງານໜຶ່ງໃນການປະກອບສ່ວນເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.