ກອງປະຊຸມສຸດຍອດຣັດເຊຍ-ອາຟຣິກາຄັ້ງທີ 2 ສຸມໃສ່ລົງເລິກການຮ່ວມມື

2023-07-28 10:45:15 CRI

   ກອງປະຊຸມສຸດຍອດຣັດເຊຍ-ອາຟຣິກາຄັ້ງທີ 2 ແລະເວທີເປິກສາຫາລື ເສດຖະກິດ ແລະ ມະນຸດສະທໍາໄດ້ໄຂຂຶ້ນຢູ່ນະຄອນແຊັງປີເຕີສະບວກ ປະເທດຣັດເຊຍໃນວັນທີ 27 ກໍລະກົດນີ້. ໃນໂອກາດດັ່ງກ່າວ, ທ່ານ ວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ກ່າວຄໍາປາໄສວ່າ: ຝ່າຍຣັດເຊຍຈະສະໜອງສະບຽງອາຫານໂດຍບໍ່ເສຍຄ່າໃຫ້ກັບປະເທດໃນອາຟຣິກາຈໍານວນໜຶ່ງ, ເປັນຕົ້ນແມ່ນບວກກີນາຟາໂຊ, ຊິມບັບເວ, ມາລີ ແລະອື່ນໆໃນໄວໆນີ້.


   ກອງປະຊຸມສຸດຍອດຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນ, ມີຫຼາຍສິບປະເທດໃນອາຟຣິກາໄດ້ສົ່ງຜູ້ແທນໄປເຂົ້າຮ່ວມກອງປະຊຸມ. ກອງປະຊຸມສຸດຍອດຄັ້ງນີ້ໄດ້ກໍານົດຫົວຂໍ້ທີ່ກ່ຽວພັນກັບການຮັບມືກັບສິ່ງທ້າຍທາຍຮ່ວມກັນກໍຄືການລົງເລິກການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຣັດເຊຍ-ອາຟຣິກາ, ເປັນຕົ້ນແມ່ນຂົງເຂດສະບຽງອາຫານ, ພະລັງງານ, ເຕັກນິກອະວະກາດ, ເຕັກນິກຂໍ້ມູນຂ່າວສານ, ສຶກສາທິການແລະກິລາ ແລະອື່ນໆ.