ຈີນສະແດງຫຼັກໝັ້ນຢ່າງເຄັ່ງຂືມຕໍ່ປຶ້ມປົກຂາວປ້ອງກັນປະເທດສະບັບໃໝ່ຂອງຍີ່ປຸ່ນ

2023-07-29 16:20:08 cri


ວັນທີ28ກໍລະກົດນີ້,ໂຄສົກສະຖານທູດຈີນປະຈຳຍີ່ປຸ່ນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງທີ່ລັດຖະບານຍີ່ປຸ່ນປະກາດປຶ້ມປົກຂາວວ່າດ້ວຍການປ້ອງກັນປະເທດສະບັບປີ2023.


ໂຄສົກທ່ານນີ້ກ່າວວ່າ: ປຶ້ມປົກຂາວປ້ອງກັນປະເທດສະບັບໃໝ່ຂອງຍີ່ປຸ່ນໄດ້ສືບຕໍ່ສືບທອດຫຼັກໝັ້ນຜິດພາດ,ໂດຍໄດ້ຕິຕຽນແລະໃສ່ຮ້າຍປ້າຍສີຕໍ່ນະໂຍບາຍປ້ອງກັນປະເທດ,ການພັດທະນາກຳລັງການທະຫານທີ່ປົກກະຕິແລະການເຄື່ອນໄຫວທາງການທະຫານທີ່ເປັນທຳຂອງປະເທດຈີນ,ສືບຕໍ່ຖືປະເທດຈີນເປັນສິ່ງທ້າທາຍທາງຍຸດທະສາດທີ່ໃຫຍ່ກວ່າໝູ່,ປ່າວຂ່າວອັນທີເອີ້ນວ່າ“ຈີນເປັນການຂົ່ມຂູ່”,ທັງໄດ້ແຊກແຊງວຽກງານພາຍໃນຂອງຈີນໃນບັນຫາໄຕ້ຫວັນຢ່າງຮ້າຍກາດ,ຈີນສະແດງຄວາມບໍ່ພໍໃຈທີ່ຮຸນແຮງແລະຄັດຄ້ານຕໍ່ກັບເລື່ອງນີ້ຢ່າງເດັດດ່ຽວ,ໂດຍໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂືມຕໍ່ປະເທດຍີ່ປຸ່ນແລ້ວ.