ກະຊວງການຕ່າງປະເທດຣັດເຊຍ: ອາເມຣິກາຍັງປະຕິບັດຕໍ່ປະເທດອື່ນດ້ວຍແນວຄິດລ່າເມືອງຂຶ້ນຄືເກົ່າ

2023-07-30 10:58:18 CRI

     ຫວ່າງບໍ່ດົນມານີ້, ທ່ານນາງມາເຣຍ ຈາຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ມາຮອດປັດຈຸບັນນີ້, ອາເມຣິກາຍັງປະຕິບັດຕໍ່ປະເທດອື່ນໆໃນໂລກດ້ວຍແນວຄິດລ່າເມືອງຂຶ້ນຄືເກົ່າ, ການກະທຳຂອງປະເທດຕາເວັນຕົກໄດ້ປະຕິບັດຕາມແນວຄິດທີ່ອາໄສການພັດທະນາແບບຮຸກຮານມາສ້າງຜົນປະໂຫຍດໃຫ້ແກ່ຕົນເອງມາໂດຍຕະຫຼອດ.

     ທ່ານນາງມາເຣຍ ຈາຮາໂຣວາຍັງກ່າວຕື່ມວ່າ: ປະເທດສະມາຊິກສະຫະພາບເອີຣົບຈຳນວນໜຶ່ງໄດ້ຍອມຮັບຈິດໃຈຂອງອາເມຣິກາ, ເວົ້າຈາກດ້ານນີ້ແລ້ວ, ປະເທດເຫຼົ່ານີ້ໄດ້ກາຍເປັນເຂດລ່າເມືອງຂຶ້ນຂອງອາເມຣິກາ, ແລະເຂດລ່າເມືອງຂຶ້ນແຫ່ງນີ້ໄດ້ຖືກໃສ່ຊື່ວ່າ ນາໂຕ.