ຈີນຈະສືບຕໍ່ສະໜັບສະໜູນພາລະກິດຮັກສາສັນຕິພາບຂອງ ສປຊ

2023-07-30 12:35:20 CRI

 

   ວັນທີ 28 ກໍລະກົດນີ້, ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມກ່ຽວກັບສະພາບການຮັກສາສັນຕິພາບຂອງ ສປຊ.


   ໃນໂອກາດດັ່ງກ່າວ, ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈໍາ ສປຊກ່າວວ່າ: ການປົກປ້ອງປະຊາຊົນເປັນໜຶ່ງໃນໜ້າທີ່ອັນສໍາຄັນຂອງພາລະກິດຮັກສາສັນຕິພາບຂອງ ສປຊ. ໃນຮອບຫຼາຍສິບປີຜ່ານມາ, ທະຫານຮັກສາສັນຕິພາບຈໍານວນຫຼວງຫຼາຍໄດ້ສ້າງ “ແລວປ້ອງກັນຄວາມປອດໄພຂອງຊີວິດ” ດ້ວຍເລືອດເນື້ອຂອງຕົນຢູ່ເຂດທີ່ເກີດໄພສົງຄາມເລື້ອຍໆ, ໂດຍໄດ້ນໍາເອົາຄວາມສະຫງົບ ແລະ ຄວາມຫວັງມາໃຫ້ກັບປະຊາຊົນຢູ່ເຂດທີ່ມີການປະທະກັນ.



   ຝ່າຍຈີນໄດ້ເນັ້ນໜັກວ່າ: ຈີນເປັນປະເທດທີ່ສ້າງ ແລະ ປົກປັກຮັກສາສັນຕິພາບຂອງໂລກ, ພ້ອມທັງເປັນປະເທດທີ່ມີສ່ວນຮ່ວມ ແລະ ມີການປະກອບສ່ວນໃນພາລະກິດຮັກສາສັນຕິພາບຂອງ ສປຊ ນໍາອີກ. ໃນຮອບ 30 ປາຍປີຜ່ານມາ, ຝ່າຍຈີນໄດ້ສົ່ງທະຫານຮັກສາສັນຕິພາບຫຼາຍກວ່າ 50.000 ເທຶື່ອຄົນໄປປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບຢູ່ 20 ກວ່າປະເທດ. ຝ່າຍຈີນຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ ແລະ ເຂົ້າຮ່ວມພາລະກິດຮັກສາສັນຕິພາບຂອງສປຊ, ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ.