ເປັນຫຍັງອາເມຣິກາໄປເປີດປ່າວອັນທີ່ເອີ້ນວ່າ “ການຊ່ວງເສັງທາງອະວະກາດ” ລະຫວ່າງຈີນແລະອາເມຣິກາຢູ່ອາກຊັງຕິນ

2023-07-30 16:30:48 cri

ວັນທີ 27 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານບິວ ນິວຊັນ ຫົວໜ້າອົງການການບິນອະວະກາດແຫ່ງຊາດອາເມຣິກາໄດ້ເດີນທາງໄປຢ້ຽມຢາມອາກຊັງຕິນ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງບູອີໂນສເອລິສຂອງອາຊັງຕິນ, ທ່ານບິວ ນິວຊັນໄດ້ຍົກຜົນງານດ້ານການຢັ່ງແທກດວງຈັນ ແລະ ດາວອັງຄານຂອງຈີນ ໂດຍກ່າວວ່າ: ອາເມຣິກາ ແລະ ຈີນພວມ “ດຳເນີນການຊ່ວງເສັງທາງອະວະກາດ”. ນີ້ເປັນຄຳສັບທີ່ເຕັມໄປດ້ວຍສີສັນສົງຄາມເຢັນ, ປັດຈຸບັນ, ຖືກທ່ານບິວ ນິວຊັນນຳໄປເຖິງປະເທດອາກຊັງຕິນ ທີ່ເປັນປະເທດທີ່ນິຍົມການຮ່ວມມືທາງອະວະກາດສາກົນ. ສົມພໍສື່ມວນຊົນທ້ອງຖິ່ນຕີລາຄາວ່າ: ການຢ້ຽມຢາມຂອງທ່ານບິວ ນິວຊັນມີ “ຈຸດປະສົງທາງການເມືອງ”.

ນີ້ບໍ່ແມ່ນເຈົ້າໜ້າທີ່ຊັ້ນສູງຂອງອາເມຣິກາໄປເປີດປ່າວຫົວຂໍ້ການບິນອະວະກາດຢູ່ອາກຊັງຕິນເປັນຄັ້ງທຳອິດແລ້ວ. ເດືອນມີນາປີ 2022, ທ່ານຣີຊາດ ຫົວໜ້າກອງບັນຊາການພາກໃຕ້ອາເມຣິກາໄດ້ເດີນທາງໄປຢ້ຽມຢາມອາກຊັງຕິນ, ທ່ານໄດ້ບົ່ງຊື່ສະຖານີຢັ່ງແທກອະວະກາດຊັ້ນເລິກດ້ານການຮ່ວມມືຈີນ-ອາກຊັງຕິນວ່າເປັນສິ່ງກໍ່ສ້າງທາງການທະຫານ. ເທື່ອນີ້, ທ່ານບິວ ນິວຊັນໄດ້ເປີດປ່າວ “ການຊ່ວງເສັງທາງອະວະກາດ” ຢູ່ອາກຊັງຕິນອີກຄັ້ງໜຶ່ງ. ມີນັກວິເຄາະເຫັນວ່າ, ຈຸດປະສົງຕົ້ນຕໍຂອງຖ້ອຍຄຳດັ່ງກ່າວແມ່ນຢາກທຳລາຍການຮ່ວມມືດ້ານອະວະກາດລະຫວ່າງຈີນແລະອາກຊັງຕິນ.