ປະຊາຊົນຍີ່ປຸ່ນແລະສ.ເກົາຫຼີກ່າວວ່າ:ການສູ້ຊົນເພື່ອຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈະດຳເນີນຕະຫຼອດໄປ

2023-07-31 11:22:05 cri


   ຕອນບ່າຍວັນທີ30ກໍລະກົດນີ້,ປະຊາຊົນຍີ່ປຸ່ນຈຳນວນໜຶ່ງໄດ້ໂຮມຊຸມນຸມຢູ່ນະຄອນຟູຄູຊິມະແຂວງຟູຄູຊິມະ ເພື່ອຄັດຄ້ານການຕົກລົງຂອງລັດຖະບານຍີ່ປຸ່ນທີ່ຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້ານິວເຄລຍຟູຄູຊິມະເລກໜຶ່ງລົງສູ່ທະເລ. ມີສະມາຊິກລັດຖະສະພາຂອງພັກຝ່າຍຄ້ານແລະສະມາຊິກອົງການຈັດຕັ້ງຊາວເມືອງທີ່ມາຈາກສ.ເກົາຫຼີໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.ບຸກຄົນຝ່າຍຍີ່ປຸ່ນທີ່ເຂົ້າຮ່ວມງານຊຸມນຸມກ່າວວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈະໃຊ້ເວລາຫຼາຍສິບປີຫຼືດົນກວ່ານັ້ນ,ເຊິ່ງຈະເກີດຜົນສະທ້ອນຢ່າງ ໃຫຍ່ຫຼາຍທີ່ບໍ່ສາມາດຄາດຄະເນໄດ້ຕໍ່ສິ່ງແວດລ້ອມຂອງມະຫາສະໝຸດໃນທົ່ວໂລກ.


   ຜູ້ຕາງໜ້າອົງການຈັດຕັ້ງຊາວເມືອງຂອງສ.ເກົາຫຼີກ່າວວ່າ:ການທີ່ລັດຖະບານຍີ່ປຸ່ນຕົກລົງຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ເປັນການກໍ່ອາດຊະຍາກຳຕໍ່ມວນມະນຸດ. ຜົນຮ້າຍຢ້ອນຫຼັງຍ້ອນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ມັນບໍ່ຈຳແນກປະເທດແລະເຂດແຄວ້ນ. ເຂົາເຈົ້າກ່າວຕື່ມວ່າ:ຈະຮ່ວມກັບກຳລັງທຸກຝ່າຍອອກສຽງຄັດຄ້ານຕໍ່ປະຊາຄົມໂລກ ເພື່ອສະກັດກັ້ນບໍ່ໃຫ້ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.