ຣັດເຊຍບໍ່ເຄີຍປະຕິເສດທີ່ໃຫ້ຈັດການເຈລະຈາສັນຕິພາບກ່ຽວກັບບັນຫາອູແກຣນ

2023-07-31 11:08:39 cri


   ຕອນຄ່ຳວັນທີ 29 ກໍລະກົດນີ້,ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍກ່າວຢູ່ນະຄອນ ເຊັງປີເຕີສະບວກ ວ່າ: ຣັດເຊຍບໍ່ເຄີຍປະຕິເສດທີ່ໃຫ້ຈັດການເຈລະຈາສັນຕິພາບກ່ຽວກັບບັນຫາອູແກຣນ.


   ກອງປະຊຸມສຸດຍອດຣັດເຊຍ-ອາຟຣີກາຄັ້ງທີ2ໄດ້ຈັດຂຶ້ນຢູ່ນະຄອນເຊັງປີເຕີສະບວກລະຫວ່າງວັນທີ 27-28 ກໍລະກົດນີ້. ວັນທີ29ກໍລະກົດນີ້, ທ່ານວະລາດີເມຍ ປູຕີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຫຼັງຈາກກອງປະຊຸມວ່າ: ອູແກຣນໄດ້ອອກກົດໝາຍທີ່ຫ້າມເຈລະຈາກັບຣັດເຊຍ,ແຕ່ຝ່າຍຣັດເຊຍບໍ່ໄດ້ປະຕິເສດການເຈລະຈາ,ສອງຝ່າຍຄວນມີຄວາມເຫັນທີ່ເປັນເອກະພາບກັນກ່ອນຈິ່ງສາມາດເຈລະຈາກັນໄດ້.


   ໃນເດືອນມິຖຸນາປີນີ້,ຄະນະຜູ້ແທນສັນຕິພາບອາຟຣີກາໄດ້ເດີນທາງໄປຢ້ຽມຢາມອູແກຣນ ແລະຣັດເຊຍຕາມລຳດັບ,ໂດຍໄດ້ສະເໜີແຜນການສັນຕິພາບທີ່ມີຫຼັກໝັ້ນ10ຂໍ້ເພື່ອແກ້ໄຂບັນຫາການປະທະກັນລະຫວ່າງອູແກຣນກັບຣັດເຊຍ ເຊິ່ງລວມທັງຕ້ອງຜ່ານການເຈລະຈາແລະຊ່ອງທາງທາງການທູດເພື່ອສິ້ນສຸດສົງຄາມ,ສອງຝ່າຍພ້ອມກັນຫຼຸດລະດັບການປະທະກັນ ແລະອື່ນໆ. ຄະນະຜູ້ແທນສັນຕິພາບອາຟຣີກາທີ່ປະກອບດ້ວຍຜູ້ນຳປະເທດແລະທູດພິເສດຂອງບັນດາປະເທດອາຟຣີກາ ຄືອາຟຣີກາໃຕ້ເປັນຕົ້ນ ໄດ້ເດີນທາງໄປຢ້ຽມຢາມຣັດເຊຍອີກເທື່ອໜຶ່ງເນື່ອງໃນໂອກາດຈັດກອງປະຊຸມສຸດຍອດຣັດເຊຍ-ອາຟຣີກາຄັ້ງທີ2 ແລະສືບຕໍ່ດຳເນີນການໄກ່ເກ່ຍກ່ຽວກັບການປະທະກັນລະຫວ່າງຣັດເຊຍກັບອູແກຣນ.