ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣໄດ້ຫຼຸດລົງໃນເດືອນກໍລະກົດຜ່ານມາ

2023-08-01 11:32:10 cri

 

  

    ວັນທີ 31 ກໍລະກົດແລ້ວນີ້, ອົງການສະຖິຕິສະຫະພາບເອີຣົບໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ຫຼັງຈາກປັບປຸງຕາມລະດູການ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຢູ່ເຂດໃຊ້ເງິນເອີໂຣໃນໄຕມາດທີ 2 ຂອງປີນີ້ໄດ້ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ໄຕມາດທີ 1 ຂອງປີນີ້.

    ອີງຕາມຕົວເລກສະຖິຕິທີ່ປະກາດໂດຍອົງການສະຖິຕິສະຫະພາບເອີຣົບໄດ້ສະແດງໃຫ້ເຫັນຕື່ມວ່າ, ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣໃນເດືອນກໍລະກົດຜ່ານມາໄລ່ຕາມອັດຕາສ່ວນເປັນປີແມ່ນ 5,3 %, ເຊິ່ງຕ່ຳກວ່າ 5,5% ໃນເດືອນມິຖຸນາ. ຖ້າວິເຄາະຕາມປະເທດແລ້ວ, ອັດຕາເງິນເຟີ້ຂອງກຸ່ມເສດຖະກິດຕົ້ນຕໍຢູ່ສະຫະພາບເອີຣົບ ຄື: ເຢຍລະມັນ, ຝຣັ່ງ, ອີຕາລີ ແລະ ແອັສປາຍໃນເດືອນກໍລະກົດຜ່ານມາແມ່ນ 6,5%, 5,0%, 6,4% ແລະ 2,1% ຕາມລຳດັບ.