ອຸນຫະພູມຢູ່ແຫ່ງຕ່າງໆທົ່ວອາເມຣິກາອາດຈະທຳລາຍສະຖິຕິສູງສຸດຫຼາຍກວ່າ 140 ຄັ້ງໃນອາທິດນີ້

2023-08-01 11:31:22 cri

 

    ຕາມສື່ມວນຊົນອາເມຣິກາລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ, ໃນເດືອນກໍລະກົດຜ່ານມາ, ຢູ່ຫຼາຍແຫ່ງໃນອາເມຣິກາມີອາກາດຮ້ອນທີ່ທຳລາຍສະຖິຕິ. ໃນຫຼາຍມື້ຂ້າງໜ້ານີ້, ຢູ່ພາກໃຕ້ອາເມຣິກາຈະມີອາກາດຮ້ອນອີກຮອບໜຶ່ງ, ບວກກັບອາກາດຮ້ອນແຮງຢູ່ພາກກາງຍັງບໍ່ທັນໄດ້ຫຼຸດລົງ, ໃນອາທິດນີ້, ອຸນຫະພູມສູງສຸດໃນທົ່ວປະເທດອາເມຣິກາອາດຈະທຳລາຍສະຖິຕິຫຼາຍກວ່າ 140 ຄັ້ງທີ່ມີຢູ່ໃນປັດຈຸບັນພາຍໃນອາທິດນີ້.

    ອີງຕາມຕົວເລກສະຖິຕິຂອງກົມອຸຕຸນິຍົມແຫ່ງຊາດອາເມຣິກາສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 31 ກໍລະກົດຜ່ານມາ, ອາກາດຮ້ອນຢູ່ຫຼາຍຕົວເມືອງໃນອາເມຣິກາໄດ້ສ້າງສະຖິຕິໃໝ່ແບບບໍ່ເຄີຍມີມາກ່ອນ. ຢູ່ນະຄອນອັນປາໂຊ, ລັດເທັກຊັດ ທາງພາກໃຕ້ອາເມຣິກາໄດ້ສ້າງສະຖິຕິອາກາດຮ້ອນທີ່ອຸນຫະພູມສູງສຸດເພີ່ມຂຶ້ນສູງກວ່າ 38 ອົງສາເປັນ 44 ວັນລຽນຕິດ, ຢູ່ນະຄອນແຟວນິກ, ເທດສະບານລັດອາຣີໂຊນາ ທາງພາກຕາເວັນຕົກສຽງໃຕ້ອາເມຣິກາໄດ້ສ້າງສະຖິຕິອາກາດຮ້ອນທີ່ອຸນຫະພູມສູງສຸດເພີ່ມຂຶ້ນສູງກວ່າ 43 ອົງສາເປັນ 31 ວັນລຽນຕິດ, ສ່ວນຢູ່ນະຄອນໄມອາມີ, ລັດໂຟຣຣີດາ ທາງພາກຕາເວັນອອກສຽງໃຕ້ອາເມຣິກາ, ຕົວຊີ້ວັດຄວາມຮ້ອນ ເຊິ່ງສຳຜັດໄດ້ຈາກອຸນຫະພູມ ແລະ ຄວາມຊຸ່ມຂອງອາກາດໄດ້ສູງກວ່າ 38 ອົງສາເປັນ 46 ວັນລຽນຕິດ.