ອີຣານບໍ່ສາມາດຈັດການເຈລະຈາໃດໆກັບລັດຖະບານອາເມຣິກາໄດ້ໂດຍປັດສະຈາກຄວາມໄວ້ເນື້ອເຊື່ອໃຈກັນທີ່ເປັນພື້ນຖານ

2023-08-02 11:13:02 CRI

    ວັນທີ 31 ກໍລະກົດແລ້ວນີ້, ທ່ານນາດເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ:ການພົວພັນອີຣານ-ອາເມຣິກາ ແລະ ການເຈລະຈາເພື່ອປະຕິບັດສັນຍາກ່ຽວກັບບັນຫານິວເຄລຍອີຣານເປັນຕົ້ນ.



    ຕໍ່ການເຈລະຈາເພື່ອປະຕິບັດສັນຍາກ່ຽວກັບບັນຫານິວເຄລຍອີຣານ, ທ່ານນາດເຊີ ການານີກ່າວວ່າ: ອີຣານກຳລັງໃຊ້ຄວາມພະຍາຍາມໂດຍຜ່ານຊ່ອງທາງການທູດ,ເພື່ອເຮັດໃຫ້ຝ່າຍຕ່າງໆ ລວມທັງອາເມຣິກາປະຕິບັດສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານຄືນໃໝ່. ແຕ່ກ່ອນອາເມຣິກາແມ່ນສາມາດເຊັນສັນຍາໄດ້ແລ້ວ, ໂດຍຜ່ານຄວາມຕັ້ງໃຈປະຕິບັດຕາມເນື້ອໃນສັນຍາ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບອີຣານ, ແຕ່ອາເມຣິກາບໍ່ໄດ້ເຮັດຄືແນວນີ້. ສະນັ້ນ, ອີຣານບໍ່ສາມາດຈັດການເຈລະຈາໃດໆກັບອາເມຣິກາໄດ້ໂດຍປັດສະຈາກຄວາມໄວ້ເນື້ອເຊື່ອໃຈກັນທີ່ເປັນພື້ນຖານ.