ອູແກຣນຢາກຜ່ານທ່າກຳປັ່ນຂອງປະເທດກຣົວຊີເພື່ອຂົນສົ່ງຜະລິດຕະພັນກະສິກຳອອກສູ່ພາຍນອກ

2023-08-02 11:15:21 cri


   ວັນທີ 1 ສິງຫານີ້, ກະຊວງການຕ່າງປະເທດອູແກຣນແຈ້ງໃຫ້ຮູ້ວ່າ: ອູແກຣນໄດ້ເຊັນສັນຍາກັບລັດຖະບານກຣົວຊີແລ້ວທີ່ຈະຂົນສົ່ງຜະລິດຕະພັນກະສິກຳຂອງອູແກຣນອອກສູ່ພາຍນອກຜ່ານທ່າກຳປັ່ນຂອງກຣົວຊີທີ່ຕັ້ງຢູ່ແຄມຝັ່ງທະເລອາເດຣຍຕິກ. ວັນທີ 31 ກໍລະກົດຜ່ານມານີ້, ທ່ານຈີລິກ ຣັດແມນ ລັດຖະມົນຕີກະຊວງການຕ່າງປະເທດແລະວຽກງານເອີຣົບຂອງກຣົວຊີທີ່ເດີນທາງໄປຢ້ຽມຢາມອູແກຣນໄດ້ພົບປະເຈລະຈາກັບເຈົ້າໜ້າທີ່ທາງການທູດຂອງອູແກຣນ,ສອງຝ່າຍໄດ້ກ້າວເຖິງຂັ້ນຕົກລົງເປັນເອກະພາບກັນກ່ຽວກັບແຜນການດັ່ງກ່າວ.


   ຫຼັງຈາກສັນຍາຂົນສົ່ງຜະລິດຕະພັນກະສິກຳອອກສູ່ພາຍນອກໂດຍຜ່ານທ່າກຳປັ່ນທະເລດຳໝົດອາຍຸໃນວັນທີ17ກໍລະກົດແລ້ວນີ້,ອູແກຣນເຄີຍຢາກຜ່ານການຂົນສົ່ງທາງບົກເພື່ອສົ່ງຜະລິດຕະພັນກະສິກຳໄປສູ່ສະຫະພາບເອີຣົບ,ແຕ່ປະເທດສະມາຊິກສະຫະພາບເອີຣົບໃນເອີຣົບຕາເວັນອອກແລະເອີຣົບກາງ ເຊິ່ງລວມທັງໂປໂລຍເປັນຕົ້ນ ລ້ວນແຕ່ມີຄວາມເປັນຫ່ວງຕໍ່ເສັ້ນທາງຂົນສົ່ງສາຍນີ້.