ອາເມຣິກາສະໜອງການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 345 ລ້ານໂດລາໃຫ້ແກ່ໄຕ້ຫວັນ ຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ

2023-08-02 10:47:51 CRI

    ຫວ່າງມໍ່ໆມານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ພັນເອກທານເຄີ້ເຟີ່ຍ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມກ່ຽວກັບອາເມຣິກາສະໜອງການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ໄຕ້ຫວັນ.


    ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ເວັບໄຊທຳນຽບປະທາທິບໍດີອາເມຣິກາໄດ້ແຈ້ງໃຫ້ຮູ້ໃນຫວ່າງມໍ່ໆມານີ້ວ່າ ຈະສະໜອງການຊ່ວຍເຫຼືອດ້ານການທະຫານ ເຊັ່ນ: ອາວຸດຍຸດໂທປະກອນ ແລະ ການອົບຮົມເປັນຕົ້ນທີ່ມີມູນຄ່າ 345 ລ້ານໂດລາໃຫ້ແກ່ໄຕຫວັນ. ນີ້ແມ່ນລັດຖະບານອາເມຣິກາພາຍໃຕ້ການນຳຂອງປະທານາທິບໍດີໂຈ ໄບເດັນສະໜອງການຊ່ວຍເຫຼືອໃຫ້ແກ່ໄຕ້ຫວັນດ້ວຍ “ສິດອຳນາດການຖອນຂອງປະທານາທິບໍດີ” ເປັນເທື່ອຳທອິດ. ທ່ານຕີລາແນວໃດຕໍ່ກັບເລື່ອງນີ້?


 

     ພັນເອກທານເຄີ້ເຟີ່ຍຕອບວ່າ: ອາເມຣິກາສະໜອງການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ເຂດໄຕ້ຫວັນຂອງຈີນ, ເປັນການແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ, ທຳລາຍອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ສ້າງໄພຂົ່ມຂູ່ຕໍ່ສັນພິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ, ຈີນຄັດຄ້ານຕໍ່ກັບເລື່ອງນີ້ຢ່າງເດັດດ່ຽວ, ໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາແລ້ວ.