ອົງການປະເມີນລະດັບສາກົນໄດ້ຫຼຸດລະດັບຄວາມໜ້າເຊື່ອຖືຂອງອາເມຣິກາລົງເປັນ AA+

2023-08-02 12:20:07 cri

 

    ວັນທີ 1 ສິງຫານີ້, ບໍລິສັດຟິດສ໌ ເຊິ່ງເປັນອົງການປະເມີນລະດັບສາກົນໄດ້ປະກາດວ່າຈະປັບຫຼຸດລະດັບຄວາມໜ້າເຊື່ອຖືຂອງອາເມຣິກາຈາກ AAA ລົງເປັນ AA+.

    ບໍລິສັດຟິດສ໌ຊີ້ໃຫ້ເຫັນວ່າ, ຄວາມກົດດັນດ້ານໜີ້ສິນຂອງລັດຖະບານອາເມຣິກາທີ່ສູງຂຶ້ນທັງເພີ່ມຂຶ້ນຢ່າງຕໍ່ເນື່ອງ,  ຄາດຄະເນວ່າໃນອີກ 3 ປີຂ້າງໜ້າ, ສະພາບການເງິນຂອງອາເມຣິກາຈະຊຸດໂຊມລົງຢ່າງຕໍ່ເນື່ອງ. ນອກຈາກນີ້, ໃນເວລາ 20 ປີຜ່ານມາ, ຄວາມສາມາດດ້ານການບໍລິຫານຂອງອາເມຣິກາໄດ້ຫຼຸດຕ່ຳລົງ, ເຊິ່ງສະແດງໃຫ້ເຫັນຈາກຄວາມຂັດແຍ້ງດ້ານການປັບເພດານໜີ້ສິນ ແລະ ບັນລຸແຜນການແກ້ໄຂຈົນຮອດນາທີສຸດທ້າຍຂອງເວລາກຳນົດທີ່ເກີດຂຶ້ນຫຼາຍຄັ້ງ.