ສຳເລັດໂຄງການສຳຫຼວດວິທະຍາສາດທັງໝົດເທື່ອທຳອິດທີ່ຈີນດຳເນີນຢູ່ມະຫາສະໝຸດອາກຕິກຄັ້ງທີ13

2023-08-03 11:08:59 cri


   ວັນທີ 2 ສິງຫານີ້, ໃນການສຳຫຼວດວິທະຍາສາດຢູ່ມະຫາສະໝຸດອາກຕິກຄັ້ງທີ13ຂອງຈີນທີ່ຈັດຕັ້ງໂດຍກະຊວງຊັບພະຍາກອນທຳມະຊາດຈີນໄດ້ສຳເລັດໂຄງການສຳຫຼວດທັງໝົດເທື່ອທຳອິດ,ນັ້ນກໍຄື:ໂຄງການວັດແທກດ້ານສະຫວ່າງວິທະຍາມະຫາສະໝຸດ.


   ໂຄງການດັ່ງກ່າວໄດ້ນຳໃຊ້ອຸປະກອນສຳຫຼວດວິທະຍາສາດສະເພາະ,ຢັ່ງວັດແທກລະດັບການແຜ່ລັງສີຂອງແສງຕາເວັນຢູ່ຕອນເລິກຕ່າງໆຂອງມະຫາສະໝຸດ,ເພື່ອພິຈາລະນາຂະບວນການດູດຮັບແລະເສື່ອມໂຊມຂອງພະລັງງານແສງຕາເວັນໃນມະຫາສະໝຸດ.


   ທ່ານຈົ່ງເວີນຫຼີ ຮອງສາສະດາຈານມະຫາວິທະຍາໄລມະຫາສະໝູດຈີນແນະນຳໃຫ້ຮູ້ວ່າ: ການຄົ້ນຄວ້າສະຫວ່າງວິທະຍາມະຫາສະໝຸດ ຈະຊ່ວຍໃຫ້ຕອບບັນຫາຕ່າງໆໄດ້ ເຊັ່ນ: ພະລັງງານແສງຕາເວັນເຂົ້າສູ່ມະຫາສະໝຸດໄດ້ຄືແນວໃດ,ຖືກມະຫາສະໝຸດດູດເອົາຄືແນວໃດ ແລະ ຈະຖືກນຳໃຊ້ຢູ່ໃສເປັນຕົ້ນ. ການຄົ້ນຄວ້າທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ອຸນຫະພູມຢູ່ໜ້ານ້ຳທະເລຊັກຊີມີທ່າອຽງເພີ່ມຂຶ້ນຢ່າງເດັ່ນຊັດໃນເກືອບຊາວຫາສາມສິບປີທີ່ຜ່ານມາ,ເຊິ່ງມີສາຍພົວພັນທີ່ແໜ້ນແຟ້ນກັບກໍລະນີທີ່ມະຫາສະໝຸດໄດ້ດູດເອົາພະລັງງານລັງສີຄື້ນສັ້ນຂອງແສງຕາເວັນຫຼາຍກວ່າເກົ່າ,ສ່ວນອຸນຫະພູມຢູ່ໜ້ານ້ຳທະເລເພີ່ມຂຶ້ນຈະມີບົດບາດຊຸກຍູ້ທີ່ສຳຄັນຕໍ່ການລະລາຍຂອງນ້ຳກ້ອນຢູ່ມະຫາສະໝຸດອາກຕິກ.