ລັດຖະບານຍີ່ປຸ່ນດືດ້ານຊຸກຍູ້ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເຮັດໃຫ້ຊາວຄ້າຂາຍຢູ່ແຂວງຟຸກຸຊິມະຍາກທີ່ຈະດຳເນີນທຸລະກິດໄດ້

2023-08-03 15:10:05 cri

 

    ຕໍ່ກັບລັດຖະບານຍີ່ປຸ່ນດືດ້ານຊຸກຍູ້ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ບໍ່ພຽງແຕ່ຊາວປະມົງຢູ່ແຂວງຟຸກຸຊິມະສະແດງຄວາມເປັນຫ່ວງ ແລະ ຄັດຄ້ານເທົ່ານັ້ນ, ຊາວຄ້າຂາຍຢູ່ທ້ອງຖິ່ນຈຳນວນຫຼາຍກໍເປັນຫ່ວງເປັນໄຍວ່າແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈະເຮັດໃຫ້ທຸລະກິດຂອງຕົນຍາກທີ່ຈະດຳເນີນຕໍ່ໄປໄດ້ ແລະ ຊີວິດການເປັນຢູ່ຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງອີກຄັ້ງໜຶ່ງ.

    ປີ 2011, ຍ້ອນແຜ່ນດິນໄຫວຢ່າຮຸນແຮງທີ່ເກີດຂຶ້ນຢູ່ພາກໃຕ້ຂອງຍີ່ປຸ່ນໄດ້ເຮັດໃຫ້ເກີດເຫດການນິວເຄລຍຮົ່ວໄຫຼຢູ່ຟຸກຸຊິມະ, ໄດ້ເຮັດໃຫ້ສັດທະເລຢູ່ຟຸກຸຊິມະໄລຍະໜຶ່ງຈຳໜ່າຍບໍ່ອອກ. ຫຼັງຈາກນັ້ນ, ສະພາບການນີ້ໄດ້ດີຂຶ້ນໃນລະດັບໃດໜຶ່ງ, ແຕ່ວ່າຄວາມບໍ່ໝັ້ນໃຈຂອງລູກຄ້າທີ່ມີຕໍ່ສັດທະເລຢູ່ຟຸກຸຊິມະແມ່ນຍາກທີ່ລຶບລ້າງໄດ້.

    ປັດຈຸບັນ, ລັດຖະບານຍີ່ປຸ່ນບໍ່ໄດ້ຄຳນຶງເຖິງຄວາມປາດຖະໜາຂອງປະຊາຊົນຂອງຕົນ, ມີແຜນການຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ເຊິ່ງຈະເຮັດໃຫ້ທຸລະກິດຂອງຊາວຄ້າຂາຍຢູ່ທ້ອງຖິ່ນຫຍຸ້ງຍາກຫຼາຍກວ່າເກົ່າ ແລະ ເຮັດໃຫ້ຜູ້ບໍລິໂພກມີຄວາມເປັນຫ່ວງເປັນໄຍຫຼາຍກວ່າເກົ່າໃນເວລາຈັດຊື້ສັດທະເລຢູ່ຟຸກຸຊິມະ, ສະມາຄົມຂະແໜງການປະມົງຟຸກຸຊິມະສະແດງຄວາມຄັດຄ້ານຕ່ແຜນການດັ່ງກ່າວຢ່າງເດັດດ່ຽວ.