ທ່ານໂດນັນ ທຣຳ ຖືກກ່າວຟ້ອງທາງອາຍາເປັນຄັ້ງທີ 3 ພາຍຫຼັງພົ້ນຈາກຕຳແໜ່ງປະທານາທິບໍດີອາເມຣິກາ

2023-08-03 15:09:14 cri

 

    ວັນທີ 1 ສິງຫານີ້, ໃນເວລາໄອຍະການພິເສດຂອງກະຊວງຍຸຕິທຳອາເມຣິກາດໍາເນີນການສືບສວນ, ທ່ານໂດນັນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກກ່າວຟ້ອງທາງອາຍາໃນຂໍ້ຫາທີ່ຖືກສົງໄສມີເຈດຈຳນົງຍົກເລີກຜົນການເລືອກຕັ້ງປະທານາທິບໍດີຂອງປີ 2020, ນີ້ແມ່ນທ່ານໂດນັນ ທຣຳຖືກກ່າວຟ້ອງທາງອາຍາເປັນຄັ້ງທີ 3 ພາຍຫຼັງພົ້ນຈາກຕຳແໜ່ງປະທານາທິບໍດີອາເມຣິກາໃນປີ 2021.

    ແຕ່ວ່າ, ສື່ມວນຊົນຕ່າງໆ ຄື: ຂ່າວສານລອຍເຕີເປັນຕົ້ນຊີ້ໃຫ້ເຫັນວ່າ: ທ່ານໂດນັນ ທຣຳໄດ້ປ່ຽນການຖືກກ່າວຟ້ອງເປັນວິທີແຂ່ງຂັນການເລືອກຕັ້ງຂອງຕົນ, ສ້າງຕົນເປັນຄືຜູ້ຖືກກະທຳ, ເພື່ອຫາສຽງໃຫ້ແກ່ຕົນເອງໃນການເຂົ້າຮ່ວມການເລືອກຕັ້ງ. ຜົນການສຳຫຼວດປະຊາມະຕິສະແດງໃຫ້ເຫັນວ່າ: ອັດຕາສ່ວນການສະໜັບສະໜູນຂອງທ່ານໂດນັນ ທຣຳຜູ້ທີ່ຖືກກ່າວຟ້ອງຫຼາຍຄະດີ ບໍ່ໄດ້ຫຼຸດໜ້ອຍລົງ, ແຕ່ຊ້ຳພັດເພີ່ມສູງຂຶ້ນ. ປັດຈຸບັນ, ອັດຕາສ່ວນການສະໜັບສະໜູນຂອງທ່ານໂດນັນ ທຣຳໃນພັກຣີພັບຣີກັນແມ່ນສູງກວ່າໝູ່, ໂດຍສູງກວ່າຄູ່ແຂ່ງທີ່ເປັນອັນດັບທີ 2 ນັ້ນເຖິງ37%.