ອູແກຣນ: ນະຄອນຫຼວງກີແອຟຖືກຍົນບໍ່ມີຄົນຂັບຂອງຣັດເຊຍໂຈມຕີ,ຝ່າຍຣັດເຊຍບໍ່ໄດ້ໃຫ້ຄຳຕອບຕໍ່ເລື່ອງນີ້

2023-08-03 11:10:37 cri


   ວັນທີ2ສິງຫານີ້,ທ່ານວີຕາລີ ກະລິດເຊໂກ ເຈົ້າຄອງນະຄອນຫຼວງກີແອຟຂອງອູແກຣນກ່າວວ່າ: ມື້ດຽວກັນ ນະຄອນຫຼວງກີແອຟຖືກຍົນບໍ່ມີຄົນຂັບຂອງຣັດເຊຍໂຈມຕີ. ລະບົບປ້ອງກັນໄພທາງອາກາດຂອງກອງທັບອູແກຣນໄດ້ຍິງຍົນບໍ່ມີຄົນຂັບຂອງຣັດເຊຍຕົກ,ຊາກຍົນເຮັດໃຫ້ສິ່ງກໍ່ສ້າງຈຳນວນໜຶ່ງຖືກທຳລາຍ,ແຕ່ບໍ່ມີຄົນເສຍຊີວິດແລະບາດເຈັບ.


   ມື້ດຽວກັນ,ກະຊວງປ້ອງກັນປະເທດອູແກຣນແຈ້ງໃຫ້ຮູ້ວ່າ: ລະຫວ່າງທ່ຽງຄືນວັນທີ1ສິງຫາຫາຕອນຂ້ອນແຈ້ງວັນທີ2ສິງຫານີ້,ອູແກຣນໄດ້ຍິງຖືກທຳລາຍຍົນບໍ່ມີຄົນຂັບຂອງຣັດເຊຍ 23 ລຳ,ໃນນັ້ນສ່ວນຫຼາຍຢູ່ລັດກີແອຟແລະລັດໂອເດຊາ. ຕໍ່ກັບເລື່ອງນີ້,ຝ່າຍຣັດເຊຍຍັງບໍ່ໄດ້ໃຫ້ຄຳຕອບໃດໆ.