ທ່ານປູຕິນກ່າວວ່າ:ຣັດເຊຍກຽມກັບຄືນສູ່ສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກ ຫຼັງຈາກຝ່າຍຕາເວັນຕົກປະຕິບັດພັນທະຕໍ່ຣັດເຊຍ

2023-08-04 11:00:15 CRI

    ວັນທີ 2 ສິງຫານີ້, ໃນເວລາສົນທະນາກັບທ່ານເຣເຊັບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍຜ່ານທາງໂທລະສັບ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ຣັດເຊຍກຽມກັບຄືນສູ່ສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກ ຫຼັງຈາກຝ່າຍຕາເວັນຕົກປະຕິບັດພັນທະຕໍ່ຣັດເຊຍ.


    ວັນທີ 22 ກໍລະກົດປີ 2022, ຣັດເຊຍ ກັບ ອູແກຣນຕ່າງໄດ້ເຊັນສັນຍາກ່ຽວກັບການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກ ກັບ ຕູຣາເຄຍ ແລະ ອົງການສະຫະປະຊາຊາດຢູ່ນະຄອນອິດສະຕັນບູນຂອງຕູຣາເຄຍ, ສັນຍາມີກຳນົດໃຊ້ເປັນເວລາ120 ວັນ. ອາຍຸສັນຍາຖືກແກ່ຍາວອອກໄປຫຼາຍເທື່ອໃນເດືອນພະຈິກປີກາຍນີ້ ພ້ອມດ້ວຍເດືອນມີນາ ແລະ ເດືອນພຶດສະພາປີນີ້,ໂດຍໄດ້ໝົດອາຍຸລົງໃນວັນທີ 17 ກໍລະກົດແລ້ວນີ້.



    ຣັດເຊຍແຈ້ງໃຫ້ຕູຣາເຄຍ, ອູແກຣນ ແລະ ອົງການສະຫະປະຊາຊາດຮັບຮູ້ໃນວັນທີ 17 ກໍລະກົດແລ້ວນີ້ວ່າ ຈະບໍ່ແກ່ຍາວສັນຍາສະບັບນີ້ອອກໄປຕື່ມອີກ.