ປະທານາທິບໍດີເບຣຊິນ:ຄອງຄອຍຫຼາຍປະເທດກວ່າເກົ່າເຂົ້າເປັນສະມາຊິກບຣິກສ໌

2023-08-04 10:32:43 CRI

    ວັນທີ 2 ສິງຫານີ້, ທ່ານລູລາ ດາ ຊີນວາໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຫົວຂໍ້ສຳຄັນທີ່ປະຊາຄົມໂລກໃຫ້ຄວາມສົນໃຈ ເຊັ່ນ:ກອງປະຊຸມສຸດຍອດບຣິກສ໌ທີ່ຈະຈັດຂຶ້ນເປັນຕົ້ນ ຢູ່ທຳນຽບປະທານາທິບໍດີ.


 

    ທ່ານລູລາມີຄວາມຄອງຄອຍເປັນທີ່ສຸດຕໍ່ການພົບປະເຈລະຈາຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ໌ທີ່ຈະຈັດຂຶ້ນຢູ່ອາຟຣິກາໃຕ້ໃນທ້າຍເດືອນສິງຫານີ້, ທ່ານກ່າວຢ້ຳວ່າ, ປະເທດບຣິກສ໌ຄວນພິຈາລະນາການໃຊ້ເງິນຕາຮ່ວມກັນ ເພື່ອຫຼຸດພົ້ນລະດັບການອາໄສເງິນໂດລາສະຫະລັດ.

 

    ທ່ານລູລາຍັງໄດ້ສະແດງຄວາມຍິນດີຕໍ່ບຣິກສ໌ທີ່ເປີດກວ້າງຂະໜາດ, ທ່ານກ່າວວ່າ “ຂ້າພະເຈົ້າເຫັນວ່າ ການອະນຸມັດໃຫ້ປະເທດທີ່ສອດຄ່ອງກັບເງື່ອນໄຂເຂົ້າເປັນສະມາຊິກບຣິກສ໌, ສິ່ງນີ້ມີຄວາມໝາຍສຳຄັນຕໍ່ພວກເຮົາ. ເມື່ອເບິ່ງຈາກແງ່ມູນທົ່ວໂລກແລ້ວ,ປະເທດບຣິກສ໌ສາມາດເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານເສດຖະກິດ.”