ຣັດເຊຍອອກຖະແຫຼງການຮ່ວມລະຫວ່າງທ່ານວະລາດີເມຍ ປູຕີນກັບຜູ້ນຳປະເທດອາຟຣີກາ

2023-08-05 17:11:07 cri


ວັນທີ 4 ສິງຫານີ້ຕາມເວລາທ້ອງຖິ່ນ, ທຳນຽບປະທານາທິບໍດີຣັດເຊຍໄດ້ອອກຖະແຫຼງການຮ່ວມລະຫວ່າງທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍກັບຜູ້ນຳປະເທດອາຟຣີກາຫຼັງຈາກການພົບປະກັນຢູ່ນະຄອນແຊັງປີເຕີເບີກ.


ຖະແຫຼງການຮ່ວມສະບັບນີ້ລະບຸວ່າ: ວັນທີ 28 ກໍລະກົດຜ່ານມາ, ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍກັບຜູ້ນຳ 7 ປະເທດຢູ່ອາຟຣີກາທີ່ສະເໜີຂໍ້ລິເລີ່ມສັນຕິພາບ ໄດ້ສືບຕໍ່ເປິກສາຫາລືກັນຢູ່ນະຄອນແຊັງປີເຕີເບີກ ກ່ຽວກັບຂໍ້ລິເລີ່ມສັນຕິພາບສະບັບອາຟຣີກາທີ່ສະເໜີອອກມາເທື່ອທຳອິດໃນວັນທີ 17 ມິຖະນາປີນີ້.


ຜູ້ນຳບັນດາປະເທດທີ່ເຂົ້າຮ່ວມການພົບປະຄັ້ງນີ້ໄດ້ຊີ້ອອກວ່າ: ການພົບປະຫາລືກັນຄັ້ງນີ້ໄດ້ຮັບຄວາມຄືບໜ້າໃນບັນຫາມະນຸດສະທຳ ແລະ ເປັນເອກະສັນກັນເຫັນວ່າ ຄວາມພະຍາຍາມເພື່ອມະນຸດສະທຳຈະໄດ້ຮັບຜົນງານຕາມພາຍຫຼັງ. ຮຽກຮ້ອງໃຫ້ໃຊ້ມາດຕະການທີ່ເປັນຮູບປະທຳ ເພື່ອກຳຈັດສິ່ງກີດຂວາງຕໍ່ການສົ່ງອອກທັນຍາຫານແລະຝຸ່ນເຄມີຂອງຣັດເຊຍ ເຊິ່ງຈະເຮັດໃຫ້ສັນຍາຂົນສົ່ງຜະລິດຕະພັນກະສິກຳໄປສູ່ພາຍນອກໂດຍຜ່ານທ່າກຳປັ່ນທະເລດຳໄດ້ຮັບການຟື້ນຟູການຈັດຕັ້ງປະຕິບັດຢ່າງຮອບດ້ານ. ຜູ້ນຳບັນດາປະເທດເຫັນດີສືບຕໍ່ສົນທະນາກັນກ່ຽວກັບຂໍ້ລິເລີ່ມສັນຕິແບບສະບັບອາຟຣີກາ.