ທະຫານຜູ້ກ່ໍການລັດຖະປະຫານນີເຊຍົກເລີກການຫ້າມສັນຈອນໃນຍາມກາງຄືນ

2023-08-05 16:15:40 CRI

ຕອນຄ່ຳວັນທີ 3 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານອັບດຸນ ຣາມານ ກີຢານີ ຜູ້ນຳທະຫານກໍ່ການລັດຖະປະຫານ, ປະທານຄະນະກຳມະການແຫ່ງຊາດເພື່ອປົກປັກຮັກສາປະເທດຊາດນີເຊ ໄດ້ລົງນາມໃນລັດຖະດຳລັດສະບັບໜຶ່ງ ໂດຍຍົກເລີກການຫ້າມສັນຈອນໃນຍາມກາງຄືນທີ່ໄດ້ເລີ່ມປະຕິບັດນັບແຕ່ວັນທີ 26 ກໍລະກົດຜ່ານມານັ້ນຢ່າງເປັນທາງການ ນັບແຕ່ວັນດັ່ງກ່າວເປັນຕົ້ນໄປ.


ວັນທີ 26 ກໍລະກົດຜ່ານມາ, ທະຫານຈຳນວນໜຶ່ງໃນກອງອາລັກຂາປະທານາທິບໍດີນີເຊໄດ້ກັກຕົວທ່ານໂມຮາເມັດ ບາຊຸມ ປະທານາທິບໍດີນີເຊ. ຕອນຄ່ຳວັນດັ່ງກ່າວ, ທະຫານຜູ້ກໍ່ການລັດຖະປະຫານກ່າວວ່າ ໄດ້ໂຄ່ນລົ້ມປະທານາທິບໍດີແລ້ວ ແລະ ຈະດຳເນີນການຫ້າມສັນຈອນໃນຍາມກາງຄືນໃນຂອບເຂດທົ່ວປະເທດ. ຕອນເດິກມື້ດຽວກັນ, ຜູ້ແທນທະຫານຜູ້ກໍ່ການລັດຖະປະຫານໄດ້ປະກາດສ້າງຕັ້ງຄະນະກຳມະຫານແຫ່ງຊາດເພື່ອປົກປັກຮັກສາປະເທດຊາດ, ປົດທ່ານໂມຮາເມັດ ບາຊຸມອອກຈາກຕຳແໜ່ງປະທານາທິບໍດີ ແລະ ໃຫ້ອຳນາດການປົກຄອງທະຫານເຂົ້າຄວບຄຸມອຳນາດການປົກຄອງປະເທດ. ທ່ານອັບດຸນ ຣາມານ ກີຢານີໄດ້ປະກາດຂຶ້ນດຳລົງຕຳແໜ່ງປະທານຄະນະກຳມະການແຫ່ງຊາດເພື່ອປົກປັກຮັກສາປະເທດຊາດໃນວັນທີ 28 ກໍລະກົດຜ່ານມານີ້.