ຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບສັນຍາຢຸດຍິງຊົ່ວຄາວລະຫວ່າງລັດຖະບານໂກໂລມບີແລະກອງປະກອບອາວຸດຕ້ານລັດຖະບານເລີ່ມມີຜົນບັງຄັບໃຊ້

2023-08-05 17:15:31 cri

ມີນັກຂ່າວຖາມຂ່າວວ່າ: ຫວ່າງມໍ່ໆມານີ້, ລັດຖະບານໂກໂລມບີ ແລະ “ກອງທັບປົດປ່ອຍຊົນຊາດໂກໂລມບີ” ໄດ້ປະກາດປະຕິບັດສັນຍາຢຸດຍິງຊົ່ວຄາວເປັນເວລາ 180 ວັນໃນຂອບເຂດທົ່ວປະເທດ, ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການບັນລຸສັນຕິພາບຮອບດ້ານແມ່ນຄວາມປາດຖະໜາຮ່ວມຂອງປະຊາຊົນໂກໂລມບີ ທັງມີຜົນດີຕໍ່ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນອາເມຣິກາລາຕິນ, ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ.


ຈີນເດັດດ່ຽວສະໜັບສະໜູນຂະບວນການສັນຕິພາບຂອງໂກໂລມບີ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງບັນດາຝ່າຍເພື່ອຊຸກຍູ້ຂະບວນການສັນຕິພາບ. ຫວັງວ່າຝ່າຍຕ່າງໆຈະສືບຕໍ່ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບສັນຕິພາບ, ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອໃຫ້ໂກໂລມບີບັນລຸສັນຕິພາບຖາວອນ, ສະຖຽນລະພາບແລະການພັດທະນາແບບຍືນຍົງໂດຍໄວ.