ປະທານາທິບໍດີຣັດເຊຍລົງນາມໃນກົດໝາຍເພື່ອປັບເພດານອາຍຸການເກນທະຫານຂຶ້ນເປັນ 30 ປີ

2023-08-05 14:07:55 cri


ວັນທີ 4 ສິງຫາ 2023, ທ່ານວຼາດິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນກົດໝາຍວ່າດ້ວຍການປັບເພດານອາຍຸການເກນທະຫານຂຶ້ນເປັນ 30 ປີ.

ມື້ດຽວກັນ, ທ່ານປູຕິນຍັງໄດ້ລົງນາມໃນກົດໝາຍອີກສະບັບໜຶ່ງ ໂດຍກຳນົດວ່າພາຍຫຼັງປະຊາຊົນຣັດເຊຍທີ່ໄດ້ຮັບໃບແຈ້ງການເກນທະຫານຢູ່ສະຖານທີ່ເຮັດວຽກ ຫຼື ຮ່ຳຮຽນແລ້ວຈະຫ້າມອອກເມືອງນັບແຕ່ມື້ໄດ້ຮັບໃບແຈ້ງການເປັນຕົ້ນໄປ.