ກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຂອງຣັດເຊຍຖືກໂຈມຕີຢູ່ຊ່ອງແຄບເຄີດ

2023-08-06 14:05:17 cri


ວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານນາງຈາຮາໂລວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ໃຫ້ຄວາມເຫັນຕໍ່ກັບເຫດການທີ່ກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຂອງຣັດເຊຍຖືກໂຈມຕີຢູ່ຊ່ອງແຄບເຄີດ ໂດຍຢືນຢັນວ່າ: ຣັດເຊຍກ່າວປະນາມຢ່າງຮຸນແຮງຕໍ່ອູແກຣນທີ່ໂຈມຕີກຳປັ່ນພົນລະເຮືອນ. ເລື່ອງນີ້ບໍ່ພຽງແຕ່ໄດ້ເປັນໄພຂົ່ມຂູ່ຕໍ່ຊີວິດຂອງລູກເຮືອ ຍັງມີຄວາມອາດເປັນໄປໄດ້ທີ່ຈະພາໃຫ້ເກີດໄພພິບັດທາງນິເວດຂະໜາດໃຫຍ່ອີກດ້ວຍ. ຜູ້ກໍ່ເຫດການພ້ອມດ້ວຍຜູ້ປະຕິບັດຍ່ອມຈະຖືກລົງໂທດ.

ມື້ດຽວກັນ, ຫ້ອງການເລຂາທິການໃຫຍ່ອົງການ ສປຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ອົງການ ສປຊ ໄດ້ອ່ານບົດລາຍງານທີ່ກ່ຽວຂ້ອງກັບອູແກຣນທີ່ໂຈມຕີກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຂອງຣັດເຊຍຢູ່ຊ່ອງແຄບເຄີດ. ອົງການ ສປຊ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນ, ຫຼີກເວັ້ນທ່າທີແລະການເຄື່ອນໄຫວທຸກຢ່າງທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມອີກ.