ດັດຊະນີ PMI ໃນອຸດສາຫະກໍາການຜະລິດທົ່ວໂລກໃນເດືອນກໍລະກົດສືບຕໍ່ຫຼຸດລົງ

2023-08-06 14:04:27 CRI

 

    ອີງຕາມຂໍ້ມູນດັດຊະນີຜູ້ຈັດການຝ່າຍຊື້ຫຼື PMI ໃນອຸດສາຫະກໍາການຜະລິດທົ່ວໂລກໃນເດືອນກໍລະກົດທີ່ສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນເປີດເຜີຍໃນວັນທີ 6 ສິງຫານີ້ແຈ້ງໃຫ້ຮູ້ວ່າ: ເຖິງວ່າດັດຊະນີດັ່ງກ່າວໄດ້ເພີ່ມຂຶ້ນ ເມື່ອທຽບໃສ່ເດືອນມິຖຸນາປີນີ້ກໍຕາມ, ແຕ່ຍັງຢູ່ໃນລະດັບທີ່ອ່າວຕໍ່າ ເຊິ່ງເສດຖະກິດໂລກສືບຕໍ່ມີທ່າອ່ຽງຫຼຸດລົງ.


    ດັດຊະນີ PMI ໃນອຸດສາຫະກໍາການຜະລິດທົ່ວໂລກໃນເດືອນກໍລະກົດແມ່ນຢູ່ໃນລະດັບ 47,9%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ເດືອນມິຖຸນາຜ່ານມາ, ເຊິ່ງໄດ້ຢຸດທ່າອ່ຽງຫຼຸດລົງເປັນເວລາ 4 ເດືອນຕິດຕໍ່ກັນ. ແຕ່ແນວໃດກໍຕາມ, ດັດຊະນີດັ່ງກ່າວໄດ້ຢູ່ໃນລະດັບທີ່ອ່າວຕໍ່າເຊິ່ງຕໍ່າກວ່າ 48% ເປັນເວລາສອງເດືອນຕິດຕໍ່ກັນມາແລ້ວ.


    ເມື່ອເບິ່ງຈາກທົ່ວໂລກແລ້ວເຫັນວ່າ, ເສດຖະກິດໂລກຍັງປະເຊີນກັບຄວາມສ່ຽງຫຼາຍດ້ານ, ອັດຕາສ່ວນໄພເງິນເຟີ້ແກ່ນກາງຂອງກຸ່ມເສດຖະກິດພັດທະນາແລ້ວຍັງສືບຕໍ່ຫຼຸດລົງຢ່າງອ່າວຊ້າ, ນະໂຍບາຍເງິນຕາຍັງສືບຕໍ່ຮັກສາທ່າອ່ຽງຮັດກຸມ, ສະພາບຂອງຕະຫຼາດການທະນາຄານມີຄວາມບໍ່ແນ່ນອນເພີ່ມຂຶ້ນ, ພ້ອມດຽວກັນນີ້, ຍັງສືບຕໍ່ມີການປະທະກັນດ້ານພູມສາດການເມືອງ, ປັດໄຈເຫຼົ່ານີ້ຍັງໄດ້ສືບຕໍ່ກົດໜ່ວງບາດກ້າວແຫ່ງການຟື້ນຕົວຂອງເສດຖະກິດໂລກ.