ອະດີດຮອງປະທານາທິບໍດີອາເມຣິກາຢືນຢັນວ່າເຄີຍໃຫ້ຄຳໃຫ້ການຕໍ່ຄະນະພິພາກສາກໍລະນີທີ່ທ່ານໂດນັນ ທຣຳມີເຈຕະນາຢັບຢັ້ງຜົນການເລືອກຕັ້ງ

2023-08-07 10:56:39 CRI


ວັນທີ 6 ສິງຫານີ້ຕາມເວລາທ້ອງຖິ່ນ, ຕາມໜັງສືພິມ ເດີຮິວ ຂອງອາເມຣິກາລາຍງານວ່າ, ທ່ານໄມ ເພັນສ໌ ອະດີດຮອງປະທານາທິບໍດີອາເມຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວໂດຍຢືນຢັນວ່າ, ທ່ານເຄີຍໃຫ້ຄຳໃຫ້ການຕໍ່ຄະນະພິພາກສາອາເມຣິກາໃນກໍລະນີທີ່ທ່ານໂດນັນ ທຣຳຖືກກ່າວຫາ ມີເຈຕະນາຢັບຢັ້ງຜົນການເລືອກຕັ້ງປີ 2020.

 

ນອກນີ້, ໃນເວລາໃຫ້ສຳພາດ, ທ່ານເພັນສ໌ໄດ້ຕອບໂຕ້ຄືນຕໍ່ຖ້ອຍຄຳຂອງທ່ານໂດນັນ ທຣຳໃນເມື່ອກ່ອນ ຄື: “ພຽງແຕ່ຮຽກຮ້ອງໃຫ້ທ່ານເພັນສ໌ເລື່ອນເວລາຂອງການນັບບັດເລືອກຕັ້ງໃນວັນທີ 6 ມັງກອນປີ 2021, ເພື່ອກວດສອບຜົນການເລືອກຕັ້ງຂອງລັດ”, ພ້ອມທັງກ່າວວ່າເລີ່ມແຕ່ກາງເດືອນທັນວາປີ 2020, ທ່ານໂດນັນ ທຣຳ ໄດ້ບອກໃຫ້ທ່ານເພັນສ໌ວ່າ ມີສິດປະຕິເສດຫຼື ສົ່ງຄືນບັດເລືອກຕັ້ງໃຫ້ລັດຕ່າງໆ.