ອາເມຣິກາມີຜູ້ເສຍຊີວິດ 2,5 ໝື່ນກວ່າຄົນຍ້ອນເຫດການຍິງກັນໃນປີນີ້

2023-08-07 15:48:40 cri


    ອີງຕາມຕົວເລກສະຖິຕິຈາກເວັບໄຊ “ຄັງເກັບຄວາມຮຸນແຮງຂອງອາວຸດປືນ” ຫຼື Gun Violence Archive ຂອງອາເມຣິກາໃຫ້ຮູ້ວ່າ: ມາຮອດວັນທີ 5 ສິງຫາປີນີ້, ຢູ່ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 4 ຄົນທີ່ບໍ່ລວມທັງມືປືນນັ້ນມີຫຼາຍກວ່າ 426 ເທື່ອແລ້ວ; ນັບມາຮອດວັນທີ 1 ສິງຫານີ້, ອາເມຣິກາມີຜູ້ເສຍຊີວິດຢ່າງໜ້ອຍ 25.198 ຄົນຍ້ອນເຫດການຍິງກັນ. ໃນທ້າຍອາທິດແລ້ວນີ້, ຢູ່ຫຼາຍແຫ່ງຂອງອາເມຣິກາໄດ້ເກີດເຫດການຍິງກັນ, ເຮັດໃຫ້ມີຜູ້ເສຍຊີວິດສິບກວ່າຄົນ.