ເປີດເຜີຍເອກະສານສຳເນົາຕົ້ນສະບັບຂອງອົງການກໍ່ອາດຊະຍາກຳຮ່ວມກັບກອງທັບ 731 ຍີ່ປຸ່ນທີ່ຮຸກຮານຈີນ

2023-08-07 12:03:40 cri


    ວັນທີ 5 ສິງຫານີ້,  ຢູ່ກອງປະຊຸມສຳມະນາກ່ຽວກັບສົງຄາມເຊື້ອພະຍາດ ແລະ ສົງຄາມອາຍພິດຂອງກອງທັບຍີ່ປຸ່ນຮຸກຮານຈີນທີ່ຈັດຂຶ້ນຢູ່ນະຄອນມູຕ່ານຈ່ຽງແຂວງເຮີຍຫຼົງຈ່ຽງຂອງຈີນ, ຫໍວາງສະແດງຫຼັກຖານດ້ານອາດຊະຍາກຳຂອງກອງທັບ 731 ຍີ່ປຸ່ນທີ່ຮຸກຮານຈີນໄດ້ເປີດເຜີຍ“ເອກະສານສຳເນົາຕົ້ນສະບັບຂອງໂຮງໝໍກອງທັບບົກເລກໜຶງຮາບີນຂອງກອງທັບຍີ່ປຸ່ນ”ສູ່ສັງຄົມເປັນຄັ້ງທຳອິດ. ເອກະສານສຳເນົາສະບັບນີ້ມີຄວາມໝາຍສຳຄັນໃນການຮັບຮູ້ສະພາບໂດຍລວມ ແລະ ຂັ້ນຕອນການເຮັດວຽກຂອງໂຮງໝໍກອງທັບບົກຍີ່ປຸ່ນຢ່າງຮອບດ້ານ ແລະ ຄົ້ນຄວ້າອາດຊະຍາກຳດ້ານກາຍະວິພາກຄົນທີ່ຍັງມີຊີວິດຢູ່ຂອງໂຮງໝໍກອງທັບບົກຍີ່ປຸ່ນໃຫ້ລົງສູ່ລວງເລິກ.

    ປັດຈຸບັນ, ເອກະສານສຳເນົາສະບັບດັ່ງກ່າວໄດ້ວາງສະແດງຢູ່ງານວາງສະແດງຫຼັກຖານດ້ານອາດຊະຍາກຳຂອງກອງທັບຍີ່ປຸ່ນທີ່ຮຸກຮານຈີນທີ່ຈັດຂຶ້ນຢູ່ນະຄອນມູຕ່ານຈ່ຽງແຂວງເຮີຍຫຼົງຈ່ຽງ.