ກອງປະຊຸມສາກົນກ່ຽວກັບບັນຫາອູແກຣນຢູ່ເຈດດາເນັ້ນໜັກໃຫ້ບັນລຸສັນຕິພາບດ້ວຍການເປິກສາຫາລືສາກົນ

2023-08-07 15:25:00 CRI


 

ວັນທີ 6 ສິງຫານີ້, ກອງປະຊຸມສາກົນກ່ຽວກັບບັນຫາອູແກຣນທີ່ດຳເນີນເປັນເວລາ 2 ມື້ໄດ້ອັດລົງຢູ່ນະຄອນເຈດດາ ທີ່ເປັນນະຄອນແຄມທະເລພາກຕາເວັນຕົກຂອງອາຣັບບີຊາອູດິດ, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ເນັ້ນໜັກເຖິງຄວາມສຳຄັນທີ່ຜ່ານການເປິກສາຫາລືສາກົນເພື່ອແກ້ໄຂວິກິດການອູແກຣນດ້ວຍສັນຕິວິທີ.

 

ສື່ມວນຊົນ ອາຣັບບີຊາອູດິດລາຍງານວ່າ, ຜູ້ຕາງໜ້າ 40 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍຮູບການຜ່ານທາງອອນລາຍ ແລະ ອອຟລາຍ. ໃນໄລຍະດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງຄຳເຫັນຂອງຜູ້ຕາງໜ້າຝ່າຍຕ່າງໆກ່ຽວກັບບັນຫາອູແກຣນ, ພ້ອມທັງໄດ້ເປິກສາຫາລືກ່ຽວກັບແຜນການແກ້ໄຂໂດຍສັນຕິທີ່ສະເໜີໂດຍອູແກຣນ.