ປະຊາຊົນຍີ່ປຸ່ນປະທ້ວງນະໂຍບາຍປ້ອງກັນຄວາມໝັ້ນຄົງໃນໂອກາດທີ່ຖິ້ມລະເບີດນິວເຄລຍຢູ່ຮິໂຣຊິມະຄົບຮອບ 78 ປີ

2023-08-07 15:22:32 CRI


ວັນທີ 6 ສິງຫານີ້, ຢູ່ສວນລະນຶກສັນຕິພາບຂອງນະຄອນຮິໂຣຊິມະປະເທດຍີ່ປຸ່ນໄດ້ຈັດພິທີລະນຶກເຫດການຖິ້ມລະເບີດປະລະມານູຄົບຮອບ 78 ປີ. ປະຊາຊົນຫຼາຍຮ້ອຍຄົນທີ່ມາຈາກແຫ່ງຕ່າງໆຂອງຍີ່ປຸ່ນໄດ້ຈັດການປະທ້ວງຢູ່ບໍລິເວນໃກ້ສະຖານທີ່ຈັດພິທີລະນຶກ, ໂດຍຄັດຄ້ານນະໂຍບາຍປ້ອງກັນຄວາມໝັ້ນຄົງທີ່ຍີ່ປຸ່ນປະຕິບັດໃນປັດຈຸບັນ.

 

ຕອນເຊົ້າວັນທີ 6 ສິງຫານີ້, ປະຊາຊົນຫຼາຍຮ້ອຍຄົນທີ່ມາຈາກແຫ່ງຕ່າງໆຂອງຍີ່ປຸ່ນໄດ້ຊຸມນຸມກັນຢູ່ຊາກອາຄານທີ່ຖືກລະເບີດປະລະມານູຢູ່ສວນລະນຶກສັນຕິພາບ ເພື່ອເຂົ້າຮ່ວມການປະທ້ວງທີ່ຈັດຕັ້ງໂດຍ “ຄະນະກຳມະການດຳເນີນການເຄື່ອນໄຫວຢູ່ຮິໂຣຊິມະ 6 ສິງຫາ”. ໂດຍຢູ່ພາຍໃຕ້ການປິດລ້ອມຂອງຕຳຫຼວດປ້ອງກັນຄວາມຮຸນແຮງ, ຜູ້ແທນຫຼາຍຄົນໄດ້ກ່າວປາຖະກະຖາຕ້ານນິວເຄລຍ ແລະ ຕ້ານສົງຄາມ, ປະຊາຊົນທີ່ເຂົ້າຮ່ວມການຊຸມນຸມໄດ້ຕີກອງ ແລະ ຮ້ອງຄຳຂວັນວ່າ “ຢ່າເຮັດໃຫ້ໂອກິນະວະກາຍເປັນສະໜາມຮົບ” ແລະອື່ນໆ ໂດຍກ່າວວ່າເດັດດ່ຽວຄັດຄ້ານການໃຊ້ພິທີລະນຶກເປັນຂໍ້ອ້າງເພື່ອໂຄສະນາເສີມສ້າງກຳລັງການທະຫານ.

 

ໃນເວລາທີ່ປະກອບຄຳເຫັນໃນພິທີດັ່ງກ່າວ, ທ່ານຟຸມິໂອ ກິຊິດາ ນາຍົກລັດຖະມົນຕີຍີ່ປຸ່ນບໍ່ໄດ້ກ່າວເຖິງວ່າ ຍີ່ປຸ່ນຈະເຂົ້າຮ່ວມ “ສັນຍາເກືອດຫ້າມອາວຸດນິວເຄລຍ” ຫຼືບໍ່, ຍິ່ງບໍ່ໄດ້ກ່າວເຖິງເບື້ອງຫຼັງປະຫວັດສາດທີ່ຮິໂຣຊິມະຖືກລະເບີດປະລະມານູຖິ້ມໃສ່.