ທະຫານອາເມຣິກາທີ່ປະຈຳຢູ່ຊີຣີຢ່າງຜິດກົດໝາຍສືບຕໍ່ລັກຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີ

2023-08-08 14:58:14 cri

ຂ່າວສານຊີຣີແຈ້ງຂ່າວວ່າ: ວັນທີ 7 ສິງຫາ 2023 ຕາມເວລາທ້ອງຖິ່ນ, ທະຫານອາເມຣິກາທີ່ປະຈຳຢູ່ຊີຣີຢ່າງຜິດກົດໝາຍໄດ້ນຳໃຊ້ລົດຂົນສົ່ງນ້ຳມັນ 30 ຄັນ, ໄດ້ບັນທຸກນ້ຳມັນເຊື້ອໄຟທີ່ລັກເອົາຈາກບໍ່ນ້ຳມັນຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ, ແລະເດີນທາງໄປສູ່ຖານທັບອາເມຣິກາທີ່ຕັ້ງຢູ່ອີຣັກໂດຍຜ່ານຈຸດຂ້າມຊາຍແດນຜິດກົດໝາຍ.

ອີງຕາມຕົວເລກສະຖິຕິ, ໃນອາທິດແລ້ວນີ້, ກອງທັບອາເມຣິກາຢ່າງໜ້ອຍໄດ້ລັກຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີຫຼາຍຮ້ອຍໂຕນ, ແລະຂົນສົ່ງໄປສູ່ຖານທັບອາເມຣິກາທີ່ຕັ້ງຢູ່ອີຣັກ. ຝ່າຍຕ່າງໆຂອງຊີຣີກ່າວປະນາມກອງທັບອາເມຣິກາmujຍຶດຄອງດິນແດນ ແລະ ລັກຂົນສົ່ງຊັບພະຍາກອນຊີຣີແບບຜິດກົດໝາຍຢ່າງຕໍ່ເນື່ອງ, ເຊິ່ງໄດ້ເຮັດໃຫ້ໄພມະນຸດສະທຳທີ່ເກີດຂຶ້ນຢູ່ຊີຣີຮຸນແຮງຂຶ້ນອີກ.