ຍີ່ປຸ່ນອາດຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງເປັນທາງການໃນທ້າຍເດືອນນີ້

2023-08-08 10:59:14 cri

ໜັງສືພິມ “ອາຊາຮິຊິນບຸນ” ຂອງຍີ່ປຸ່ນສະບັບວັນທີ 6 ສິງຫານີ້ລາຍງານວ່າ, ເຈົ້າໜ້າທີ່ລັດຖະບານຍີ່ປຸ່ນເປີດເຜີຍວ່າ, ລັດຖະບານຍີ່ປຸ່ນກຽມຈະຕົກລົງວັນເວລາຢ່າງເປັນທາງການໃນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລ ພາຍຫຼັງກອງປະຊຸມສຸດຍອດອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ທີ່ຈະຈັດຂຶ້ນໃນວັນທີ 18 ສິງຫານີ້ ໂດຍໄວສຸດອາດຈະເລີ່ມຂຶ້ນໃນທ້າຍເດືອນສິງຫານີ້.


ຕາມຂ່າວແຈ້ງວ່າ, ທ່ານຟຸມິໂອ ກິຊິດາ ນາຍົກລັດຖະມົນຕີຍີ່ປຸ່ນກຽມຈະເດີນທາງໄປອາເມຣິກາໃນວັນທີ 18 ສິງຫານີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ໃນໄລຍະກອງປະຊຸມ, ທ່ານຟຸມິໂອ ກິຊິດາ ຈະແຍກພົບປະກັບປະທານາທິບໍດີອາເມຣິກາ ແລະ ປະທານາທິບໍດີ ສ.ເກົາຫຼີ. ໃນການພົບປະ, ທ່ານຟຸມິໂອ ກິຊິດາກຽມຈະອະທິບາຍຕໍ່ປະທານາທິບໍດີສອງທ່ານກ່ຽວກັບແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ແລະ ຈະຈັດກອງປະຊຸມສະມາຊິກຄະນະລັດຖະບານທີ່ກ່ຽວຂ້ອງພາຍຫຼັງກັບຄືນຍີ່ປຸ່ນ ເພື່ອຕົກລົງວັນເວລາປ່ອຍນ້ຳປົນເປື້ອນລັງສີຢ່າງເປັນທາງການ.