ເນື້ອທີ່ໄຟໄໝ້ລາມປ່າຢູ່ການາດາຂະຫຍາຍວົງກວ້າງອອກໄປຢ່າງຕໍ່ເນື່ອງ

2023-08-08 10:48:30 cri

ໄຟໄໝ້ລາມປ່າຢູ່ການາດາໄດ້ເກີດຂຶ້ນມາເປັນເວລາຫຼາຍເດືອນລຽນຕິດໃນປີນີ້. ນັບມາຮອດວັນທີ 7 ສິງຫານີ້ຕາມເວລາທ້ອງຖິ່ນ, ເນື້ອທີ່ໄຟໄໝ້ລາມປ່າຢູ່ການາດາໄດ້ບັນລຸເຖິງ 133.000 ກິໂລຕາແມັດ ເຊິ່ງຫຼາຍກວ່າເນື້ອທີ່ດິນແດນຂອງປະເທດເກຣັກ, ເນື້ອທີ່ໄຟໄໝ້ລາມປ່າໄດ້ສ້າງສະຖິຕິໃໝ່ໃຫ້ການາດາໃນປະຫວັດສາດ. ໃນນັ້ນ, ເຂດໄຟໄໝ້ລາມປ່າສ່ວນຫຼາຍເກີດຂຶ້ນຢູ່ພາກຕາເວັນຕົກຂອງການາດາ.


ໄຟໄໝ້ລາມປ່າຢ່າງຮ້າຍແຮງຢູ່ການາດາບໍ່ພຽງແຕ່ໄດ້ສ້າງຜົນກະທົບໂດຍກົງຕໍ່ຄວາມປອດໄພຂອງປະຊາຊົນທ້ອງຖິ່ນເຫຼົ່ານັ້ນ, ຄຽງຄູ່ກັບຄວັນໄຟໄດ້ຂະຫຍາຍວົງກວ້າງອອກໄປໃນອາກາດຢ່າງບໍ່ຢຸດຢັ້ງ, ຄຸນນະພາບອາກາດຢູ່ພາກໃຕ້ການາດາ ແລະ ຫຼາຍທ້ອງຖິ່ນຂອງອາເມຣິກາ ໄດ້ຊຸດໂຊມລົງຢ່າງຮ້າຍແຮງ. ຫວ່າງມໍ່ໆມານີ້, ລະດັບມົນລະພິດ PM2,5 ຢູ່ນະຄອນນິວຢອກ ແລະ ຕົວເມືອງອື່ນໆຂອງອາເມຣິກາໄດ້ລຽງຢູ່ແຖວໜ້າຂອງໂລກ.