ພັກເພື່ອໄທ ແລະ ພັກພູມໃຈໄທປະກາດຮ່ວມກັນຈັດຕັ້ງລັດຖະບານ

2023-08-08 10:49:19 cri

ຕອນບ່າຍວັນທີ 7 ສິງຫານີ້ຕາມເວລາທ້ອງຖິ່ນ, ພັກເພື່ອໄທ ແລະ ພັກພູມໃຈໄທໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມ ໂດຍປະກາດຈະຮ່ວມກັນຈັດຕັ້ງລັດຖະບານ.


ທ່ານອະນຸທິນ ຊານວິຣະກຸນ ຫົວໜ້າພັກພູມໃຈໄທ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທກ່າວວ່າ, ພັກພູມໃຈໄທຢືນຢັນຈະຮວ່ມກັນຈັດຕັ້ງລັດຖະບານກັບພັກເພື່ອໄທບົນຫຼັກການ 3 ປະການ ຄື: ບໍ່ແຕະຕ້ອງ ມາດຕາທີ 112 ຂອງກົດໝາຍອາຍາ, ບໍ່ຈັດຕັ້ງລັດຖະບານສຽງສ່ວນໜ້ອຍ ແລະ ບໍ່ອະນຸຍາດໃຫ້ພັກກ້າວໄກເຂົ້າຮ່ວມລັດຖະບານ.


ພັກເພື່ອໄທເປີດເຜີຍວ່າ, ໄດ້ຍາດແຍງເອົາສຽງສະໜັບສະໜູນທີ່ຕ້ອງການໃນການຈັດຕັ້ງລັດຖະບານຊຸດໃໝ່, ແຕ່ບໍ່ໄດ້ເປີດເຜີຍຈຳນວນສຽງທີ່ລະອຽດ.