ສັດນ້ຳທີ່ໃຊ້ບໍລິໂພກຂອງກຳປູເຈຍໄດ້ສຳເລັດຂັ້ນຕອນສົ່ງເຂົ້າຕະຫຼາດຈີນ

2023-08-08 15:03:34 cri

ວັນທີ 7 ສິງຫາ 2023, ສະຖານທູດຈີນປະຈຳກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ອົງການດ່ານພາສີແຫ່ງຊາດຈີນໄດ້ປ່ຽນແປງ “ບັນຊີລາຍຊື່ປະເທດຫຼືເຂດແຄວ້ນ ແລະ ຊະນິດສັດນ້ຳທີ່ໃຊ້ບໍລິໂພກທີ່ໄດ້ອະນຸມັດເຂົ້າສູ່ຕະຫຼາດຈີນ” ໃນຫວ່າງມໍ່ໆມານີ້, ບໍລິສັດ Cambodian Tienit International Trading ຂອງກຳປູເຈຍໄດ້ຜ່ານການກວດສອບ ແລະ ສຳເລັດການລົງທະບຽນແລ້ວ.

ນີ້ແມ່ນວິສາຫະກິດແຫ່ງທຳອິດທີ່ສຳເລັດການລົງທະບຽນສົ່ງສັດນ້ຳທີ່ໃຊ້ບໍລິໂພກເຂົ້າສູ່ຕະຫຼາດຈີນທີ່ຈີນ ແລະ ກຳປູເຈຍໄດ້ລົງນາມໃນ “ອະນຸສັນຍາການກວດພະຍາດ ແລະ ຄວາມຕ້ອງການດ້ານອະນາໄມຂອງສັດນ້ຳທີ່ໃຊ້ບໍລິໂພກທີ່ກຳປູເຈຍສົ່ງເຂົ້າສູ່ຕະຫຼາດຈີນ”. ນັບມາຮອດປັດຈຸບັນ, ສັດນ້ຳທີ່ໃຊ້ບໍລິໂພກຂອງກຳປູເຈຍໄດ້ສຳເລັດຂັ້ນຕອນສຸດທ້າຍທີ່ສົ່ງເຂົ້າສູ່ຕະຫຼາດຈີນ, ສາມາດສົ່ງເຂົ້າສູ່ຕະຫຼາດຈີນໄດ້ແລ້ວ.