ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມກໍລະນີທີ່ອາເມຣິກາອອກຖະແຫຼງການກ່ຽວກັບບັນຫາຫາດຕື້ນເຣີນອ້າຍ

2023-08-08 11:20:33 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 7 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ ກໍລະນີທີ່ກະຊວງການຕ່າງປະເທດອາເມຣິກາອອກຖະແຫຼງການກ່ຽວກັບບັນຫາຫາດຕື້ນເຣີນອ້າຍ.


ໂຄສົກທ່ານນີ້ກ່າວວ່າ: “ຫາດຕື້ນເຣີນອ້າຍແມ່ນດິນແດນສ່ວນໜຶ່ງຂອງໝູ່ເກາະໜານຊ່າ ເຊິ່ງເປັນດິນແດນແຫ່ງຊາດຈີນມາຕັ້ງແຕ່ສະໄໝບູຮານ. ປີ 1999, ຟິລິບປິນໄດ້ສົ່ງເຮືອຮົບລຳໜຶ່ງເຂົ້າໄປໃນຫາດຕື້ນເຣີນອ້າຍຢ່າງຜິດກົດໝາຍ ແລະ ຕັ້ງໃຈໃຫ້ຄາຢູ່ຫາດນັ້ນ ໂດຍມີເຈຕະນາຢາກປ່ຽນແປງສະຖານະຂອງຫາດຕື້ນເຣີນອ້າຍ. ວັນທີ 5 ສິງຫານີ້, ຟິລິບປິນບໍ່ເອົາຫົວຊາຕໍ່ຝ່າຍຈີນທີ່ຫ້າມ ແລະ ກ່າວເຕືອນຫຼາຍເທື່ອ, ສົ່ງເຮືອ 2 ລຳເຂົ້າໄປໃນເຂດທະເລຫາດຕື້ນເຣີນອ້າຍຕາມລຳພັງໃຈ ໂດຍມີເຈຕະນາຂົນສົ່ງວັດສະດຸກໍ່ສ້າງທີ່ໃຊ້ເຂົ້າໃນການສ້ອມແປງປັບປຸງເຮືອຮົບທີ່ຕັ້ງໃຈໃຫ້ຄາຢູ່ຫາດຕື້ນເຣີນອ້າຍຢ່າງຜິດກົດໝາຍນັ້ນເປັນການໃຫຍ່. ການກະທຳຂອງຟິລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນ ແລະ ກໍໄດ້ລະເມີດ “ຖະແຫຼງການແຫ່ງການປະພຶດຂອງບັນ ດາຝ່າຍໃນທະເລຈີນໃຕ້”. ເຮືອຕຳຫຼວດທາງທະເລຂອງຈີນໄດ້ນຳໃຊ້ມາດຕະການປະຕິບັດກົດໝາຍທີ່ມີລັກສະນະຕັກເຕືອນ ເຊິ່ງເປັນການກະທຳທີ່ບໍ່ຄວນຖືກກ່າວຫາ ແລະ ຕຳໜິ.


ໂຄສົກທ່ານນີ້ຍັງກ່າວຕື່ມວ່າ: “ກະຊວງການຕ່າງປະເທດອາເມຣິກາບໍ່ເອົາຫົວຊາຕໍ່ເລື່ອງທີ່ເປັນຄວາມຈິງ, ອອກຖະແຫຼງການກ່າວໂຈມຕີການກະທຳຂອງຈີນທີ່ປະຕິບັດກົດໝາຍເພື່ອຮັກສາອະທິປະໄຕຂອງຕົນຕາມກົດໝາຍ ແລະ ເປັນທຳ, ສະໜັບສະໜູນຟິລິບປິນໃຊ້ການກະທຳທ້າທາຍເກາະຜິດ, ຈີນຈະຄັດຄ້ານຢ່າງເດັດດ່ຽວ. ເປັນອັນຈະແຈ້ງແລ້ວວ່າ, ການກະທຳຂອງອາເມຣິກາເປັນການໜູນຫຼັງ ແລະ ກະຕຸ້ນຄວາມຫຶກເຫີມຂອງຟິລິບປິນໃນການລ່ວງລ້ຳອະທິປະໄຕຂອງຈີນຢ່າງບັງອາດ ເຊິ່ງເຈຕະນາແບບນີ້ຂອງອາເມຣິກາບໍ່ອາດຈະສົມດັ່ງຄວາມປາດຖະໜາຂອງເຂົາໄດ້ຢ່າງແນ່ນອນ.